ທ່ານ​ລັດ​ຖະ​ມົນ​ຕີກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ໂອ້​ລົມ​ກັບທ່ານ​ເລ​ຂາ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ມົງ​ໂກນ

(VOVWORLD) - ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ມີການພົບປະສົນທະນາກັບທ່ານເລຂາສະພາຄວາມໝັ້ນຄົງແຫ່ງຊາດ ມົງໂກນ Jadamba Enkhbayar.
ທ່ານ​ລັດ​ຖະ​ມົນ​ຕີກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ໂອ້​ລົມ​ກັບທ່ານ​ເລ​ຂາ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ມົງ​ໂກນ - ảnh 1ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ແລະ ທ່ານ Jadamba Enkhbayar ຖ່າຍຮູບເປັນທີ່ລະນຶກ ພ້ອມກັບບັນດາຜູ້ແທນ (ພາບ: VOV)

ຕອນບ່າຍວັນທີ 17 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ມີການພົບປະສົນທະນາກັບທ່ານເລຂາສະພາຄວາມໝັ້ນຄົງແຫ່ງຊາດ ມົງໂກນ Jadamba Enkhbayar. ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະມານະພະຍາຍາມຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືຢ່າງມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສອງຝ່າຍ, ຫຼາຍຝ່າຍ, ພາກພື້ນ ແລະ ສາກົນ; ພ້ອມກັນເພີ່ມທະວີການຕໍ່ສູ້ປ້ອງກັນ, ຕ້ານບັນດາອາດຊະຍາກອນຂ້າມຊາດ, ເປັນຕົ້ນແມ່ນອາດຊະຍາກອນຢາເສບຕິດ, ເຕັກໂນໂລຢີສູງ, ອາດຊະຍາກອນທາງອິນເຕີເນັດ, ມົນລະພິດສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ…: ແລກປ່ຽນຂໍ້ມູນທີ່ກ່ຽວຂ້ອງເຖິງບັນດາເປົ້າໝາຍອາດຊະຍາກອນ, ການກໍ່ການຮ້າຍ, ຂໍ້ມູນກ່ຽວກັບແບບວິທີ, ກົນອຸບາຍ ຫຼື ເອກະສານທີ່ບໍ່ມີມູນຄວາມຈິງ ເຊິ່ງກ່ຽວຂ້ອງເຖິງວຽກງານຄຸ້ມຄອງການເຂົ້າ - ອອກເມືອງ. ສອງຝ່າຍກໍເຫັນດີເພີ່ມທະວີການຮ່ວມມືບຳລຸງສ້າງພະນັກງານ, ແລກປ່ຽນປະສົບການໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ.



ຕອບກັບ

ຂ່າວ/ບົດ​ອື່ນ