ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ​ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ

(VOVWORLD) -ວັນທີ 21 ກັນຍາ, ກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບການຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 16 ດ້ວຍຫົວຂໍ້ “ອາຊຽນກະທຳ ພ້ອມກັນຮັບມື ຕໍ່ສິ່ງທ້າທາຍ” ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ໄຂຂຶ້ນຢ່າງເປັນທາງການ ຕາມຮູບແບບທາງໄກ. ທ່ານພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ.
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ​ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ - ảnh 1ານພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ໂຕເລິກຊີ້ແຈ້ງວ່າ, ໂດຍແມ່ນປະເທດສະມາຊິກ ອາຊຽນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີ ຄວາມຮັບຜິດຊອບໃນບັນດາກອບການຮ່ວມມືຂອງ ອາຊຽນ ເວົ້າລວມ ແລະ ການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດເວົ້າສະເພາະ. ນຳສະເໜີບັນດາຂົງເຂດຮ່ວມມືໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ໂຕເລິມເນັ້ນໜັກວ່າ:

ສືບຕໍ່ປະຕິບັດບັນດາແຜນການກະທຳ, ໂຄງການເຮັດວຽກໃນຂອບເຂດອາຊຽນ ແລະ ລະຫວ່າງອາຊຽນກັບບັນດາປະເທດຄູ່ຮ່ວມມືສົນທະນາ ຢ່າງມີປະສິດທິຜົນ. ພ້ອມທັງ, ຕັ້ງໜ້າຄົ້ນຄ້ວາຊຸກຍູ້ການເຈລະຈາ, ລົງນາມບັນດາເອກະສານຮ່ວມມືສອງຝ່າຍ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳເພື່ອແນໃສ່ສ້າງກອບນິຕິກຳສະດວກໃຫ້ແກ່ຂັ້ນຕອນຮ່ວມມື ສືບຕໍ່ຍູ້ແຮງການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ກັບບັນດາປະເທດຄູ່ຮ່ວມມືຂອງ ອາຊຽນ ໃນຂົງເຂດບຸລິມະສິດ.

        ຢູ່ກອງປະຊຸມຄົບຄະນະລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນຕ້ານ ອາດຊະຍາກຳຂ້າມຊາດ, ບັນດາປະເທດ ອາຊຽນ ໄດ້ພ້ອມກັນປຶກສາຫາລື ແນໃສ່ຕີລາຄາກ່ຽວກັບໝາກຜົນຂອງການຕໍ່ສູ້, ຕ້ານອາດຊະຍາກຳຂ້າມຊາດ ຢູ່ແຕ່ລະປະເທດ ແລະ ຄົ້ນຄ້ວາຊຸກຍູ້ການຮ່ວມມືໃນຂົງເຂດນີ້, ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ