ທ່ານລັດຖະມົນຕີກະຊວງປ້ອງກັນປະເທດໂງຊວນລີກຕ້ອນຮັບເອກອັກຄະລັດຖະທູດແຫ່ງລາຊະອານາຈັກກຳປູເຈຍ

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດໂງຊວນລີກຕ້ອນຮັບເອກອັກຄະລັດຖະທູດແຫ່ງລາຊະອານາຈັກກຳປູເຈຍ - ảnh 1
(ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລີກ
 ຕ້ອນຮັບເອກອັກຄະລັດຖະທູດແຫ່ງລາຊະອານາຈັກ ກຳປູເຈຍ)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 10/11 ຢູ່ ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ທ່ານ​ Prak Nguon Hong ເອກ​ອັກຄະ​ລັດຖະທູດ​ແຫ່ງລາຊະ​ອານາຈັກ​ ກຳປູ​ເຈຍ ປະຈຳ ຫວຽດນາມ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໂງ​ຊວນ​ລີກ ຢືນຢັນ​ວ່າ: ຫວຽດນາມ ​ແລະ ກຳປູ​ເຈຍ ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ມີ​ການພົວພັນ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ກົນ​ນານ. ພັກ, ລັດ, ກອງທັບ​ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ ກຳປູ​ເຈຍ; ​ໃນ​ນັ້ນ ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ​ໄດ້ຮັບ​ຖືວ່າ​ເປັນ​ຈຸດ​ພົ້ນ​ເດັ່ນ. ທ່ານ​ພົນ​​ເອກ ​ໂງ​ຊວນ​ລີກ ສະ​ແດງ​ວ່າ ​ໃນ​ອາຍຸ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຂອງ​ຕົນ, ທ່ານ ​ເອກ​ອັກຄະ​ລັດຖະທູດ Prak Nguon Hong ຈະ​ມີ​ການ​ປະກອບສ່ວນ​ຕັ້ງໜ້າ, ນຳ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ກອງທັບ ​ແລະ ປະຊາຊົນ 2 ປະ​ເທດ ​ໃຫ້ນັບ​ມື້​ນັບ​ພັດທະນາ.

        ສ່ວນ​ທ່ານ Prak Nguon Hong ປາດ​ຖະໜາ​ວ່າ: ກອງທັບ​ປະຊາຊົ​ນ ຫວຽດນາມ ​ແລະ ກອງທັບລາດ​ຊະ​ວົງ ກຳປູ​ເຈຍ ສືບ​ຕໍ່ສູ້​ແຮງ​ການ​ຮ່ວມ​ມື ​ເພື່ອ​ຈຸດໝາຍ​ພັດທະນາ​ການ​ພົວພັນ, ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ລະ​ຫວ່າງ​ກອງທັບ ​ແລະ ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ