ທ່າ​ນ​ລັດ​ຖະ​ມົນ​ຕີ​​ການ​ຕ່າງ​ປະ​ເທດ ສະ​ຫະ​ພັນ ລັດ​ເຊຍ Sergey Lavrov ຕີ​ລາ​ຄາ​ສູງບົດ​ບາດ​ຂອງ ຫວຽດ​ນາມ ໃນ​ພາກ​ພື້ນ

(VOVWORLD) -ວັນທີ 06 ກໍລະກົດ, ຢູ່ເຮືອນຮັບແຂກຂອງລັດຖະບານ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະສົນທະນາ ກັບທ່ານລັດຖະມົນຕີການຕ່າງປະເທດ ສະຫະພັນ ລັດເຊຍ Sergey Lavrov.
ທ່າ​ນ​ລັດ​ຖະ​ມົນ​ຕີ​​ການ​ຕ່າງ​ປະ​ເທດ ສະ​ຫະ​ພັນ ລັດ​ເຊຍ Sergey Lavrov ຕີ​ລາ​ຄາ​ສູງບົດ​ບາດ​ຂອງ ຫວຽດ​ນາມ ໃນ​ພາກ​ພື້ນ - ảnh 1ການພົບປະສົນທະນາ ລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍມິງເຊີນ ກັບທ່ານລັດຖະມົນຕີການຕ່າງປະເທດ ສະຫະພັນ ລັດເຊຍ Sergey Lavrov (ພາບ: TTXVN)

ນະທີ່ນີ້, ສອງຝ່າຍໄດ້ສຳຫຼວດກວດຄືນວຽກງານຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງປະເທດໃນໄລຍະຜ່ານມາ ແລະ ແລກປ່ຽນກ່ຽວກັບມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ສອງຝ່າຍຕີລາຄາວ່າ ໄລຍະຜ່ານມາ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ກໍຕາມ, ແຕ່ການພົວພັນລະຫວ່າງ ຫວຽດນາມ - ລັດເຊຍ ຍັງພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ. ເມື່ອແລກປ່ຽນ, ແບ່ງປັນກ່ຽວກັບບັນຫາສາກົນ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບວ່າ ຈະສືບຕໍ່ເພີ່ມທະວີການສົມທົບກັນໃນບັນດາອົງການ, ເວທີປາໄສຢູ່ພາກພື້ນ ແລະ ສາກົນ.

        ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຫວັງວ່າ ກະຊວງການຕ່າງປະເທດ ພ້ອມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງລັດເຊຍ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ໄດ້ດຳລົງຊີວິດ, ທຳມະຫາກິນ, ຮ່ຳຮຽນເປັນປົກກະຕິຢູ່ ລັດເຊຍ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ຕີລາຄາສູງບົດບາດຂອງ ຫວຽດນາມ ໃນພາກພື້ນ ກໍຄື ໃນອາຊຽນ; ຢັ້ງຢືນສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງປະກອບຂອງພາກພື້ນ. ທ່ານລັດຖະມົນຕີເຊື່ອໝັ້ນວ່າ ຫວຽດນາມ ແມ່ນຂົວເຊື່ອມຕໍ່ສຳຄັນຊ່ວຍໃຫ້ ລັດເຊຍ ເພີ່ມທະວີການຮ່ວມມືກັບພາກພື້ນກວ່າອີກ, ໃນນັ້ນມີການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ - ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ