ທ່ານລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບຫວຽດນາມຕ້ອນຮັບຄະນະຜູ້ແທນກະຊວງພາຍໃນລາຊາະອານາຈັກກຳປູເຈຍ

ທ່ານລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບຫວຽດນາມຕ້ອນຮັບຄະນະຜູ້ແທນກະຊວງພາຍໃນລາຊາະອານາຈັກກຳປູເຈຍ - ảnh 1
ທ່ານ​ລັດຖະມົນຕີ​ ເຈີ່ນ​ດ້າຍ​ກວາງ ແລະ ທ່ານລັດຖະມົນຕີ​  Teng Savong
(ພາບ: ANTD )

(vovworld) – ​ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ພາຍ​ໃນ​ລາຊະ​ອານາຈັກ​ ກຳປູ​ເຈຍ  ​ໂດຍ​ທ່ານ Teng Savong, ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ລາຊະ​ອານາຈັກ​ ກຳປູ​ເຈຍ ​ເປັນ​ຫົວໜ້າ​ຄະນະ ມາ​ຢ້ຽມຢາ​ມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ​. ຕອນ​ບ່າຍ​ວັນ​ທີ 11/5, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຫວຽດ​ນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້ສະ​ແດງ​ຄວາມ​ພາກພູມ​ໃຈ​​ເມື່ອ​ເຫັນ​ວ່າ: ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຫວຽດນາມ ​ແລະ ກະຊວງ​ພາຍ​ໃນ​ລາຊະ​ອານາຈັກ ກຳປູ​ເຈຍ ​ໄດ້​ຮັບ​ການ​ປັບປຸງຢ່າງ​ບໍ່​ຢຸດຢ​ັ້ງ,​ ເພີ່ມ​ທະວີ​ນັບທັງ​​ລວງ​ກ້ວາງ ​ແລະ ລວງ​ເລິກ. ສິ່ງ​ນີ້​ໄດ້​ນຳ​ມາ​ໃຫ້​ມີ​ປະສິດທິ​ຜົນ​ຢ່າງ​ແທ້​ດຈິງ, ປະກອບສ່ວນ​ສຳຄັນ​​ໃນ​ການປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພປະ​ເທດ​ຊາດ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົມ, ຮັບ​ໃຊ້​​ໃຫ້​​ແກ່ພາລະກິດ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ. ທ່ານ​ລັດຖະມົນ​ຕີ ​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຫວຽດນາມ ​ແລະ ກະຊວງ​ພາຍ​ໃນລາຊະ​ອານາຈັກ ກຳປູເຈຍ ຈະ​ສືບ​ຕໍ່ປະຕິບັດ​ສັນຍາ​ການ​ຮ່ວມມື​ລະຫວ່າງ 2 ກະຊວງ​​​ໄດ້ເປັນ​ຢ່າງ​ດີ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳຂ້າມ​ຊາດ; ອາດຊະຍາ​ກຳ​ຄ້າຂາຍ​ຂົນ​ສົ່ງ​ຢາ​ເສບ​ຕິດ​ທີ່​ຜ່ານ​ຊາຍ​ແດນ, ອາດຊະຍາ​ກຳ​ການ​ຄ້າມະນຸດ; ຮ່ວມ​ມື​ການ​ບຳລຸງ​ສ້າງ​ພະນັກງານ; ຮັບປະກັນ​ຄວາມ​ສະຫງົບ, ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​​ໃນສັງຄົມ​ຢູ່​ແຕ່ລະ​ປະ​ເທດ​ໄດ້​ດີ.





ຂ່າວ/ບົດ​ອື່ນ