ທ່ານຫງວຽນທ້ຽນເຍິນ ໃຫ້ການຕ້ອນຮັບຫົວໜ້າ JICA ປະຈຳຫວຽດນາມ

ທ່ານຫງວຽນທ້ຽນເຍິນ ໃຫ້ການຕ້ອນຮັບຫົວໜ້າ JICA ປະຈຳຫວຽດນາມ - ảnh 1
(ພາບ:
xaluan.com)

(vovworld)-  ຕອນ​​​ບ່າຍ​ວັນ​ທີ 15/7, ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ໃຫ້ການ​ຕ້ອນຮັບທ່ານ Mutsuya Mori ​ຫົວໜ້າ​ຜູ້ຕາງໜ້າ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA) ​ປະຈຳ​ຫວຽ​ດນາມ ​ໃນ​ໂອກາດ​ທ່ານ​ມາ​ຮັບ​ໜ້າທີ່​​ໃນອາຍຸ​ການ​ໃຫມ່ຢູ່​ຫວຽດນາມ. ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໂຄງການ​ຮ່ວມ​ມື​ພັດທະນາ​ຂອງ JICA ທີ່ສະຫງວນ​ໃຫ້​ແກ່​ຫວຽດນາມ ​ໃນ​ຫຼາຍ​ປີຜ່ານມາ. ​ແຫຼ່ງທຶນ ODA ຂອງ​ຍີ່ປຸ່ນ ສະຫງວນ​ໃຫ້​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຢູ່​ຫວຽດນາມ​ຄື: ຄົມມະນາຄົ​ມ, ການ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ການ​ປະຕິ​ຮູບ​ດ້ານ​ຕຸລາການ…ນັບ​ມື້​ນັບ​ໄດ້​ເພີ່ມ​ຂຶ້ນ ​ອັນໄດ້​ປະກອບສ່ວນ​ໂດຍ​ກົງ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ຫວຽດນາມ. ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍິນ ຢືນຢັນ​ວ່າ: ​ຫວຽດນາມ ໄດ້ ​ແລະ ພວມນຳ​ໃຊ້ແຫຼ່ງທຶນ​ດັ່ງກ່າວ​ຖືກຕ້ອງ​ຕາມ​ຈຸດປະສົງ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ສະ​ເໜີ​ໃຫ້ JICA ຈົ່ງ​ເອົາ​ໃຈ​ໃສ່​ເຖິງ​ບາງ​ຂົງ​ເຂດ​ຊື່​ງຫວຽດນາມ ພວມ​ໃຫ້​ບຸລິມະສິດ​ຄື: ພັດທະນາແຫຼ່ງຊັບພະຍາກອນ​ມະນຸດມີ​ຄຸນ​ນະພາ​ບສູງ, ສ້າງ​ລະບອບລະບຽບ​ການ​ເສດຖະກິດ​ການ​ຕະຫຼາດ​​ໃຫ້​ສົມບູນ​ແບບ, ສ້າງ​ໂຄງ​ປະກອບ​ພື້ນຖານ​​ໂຄງ​ລ່າງ​ຄົບ​ຊຸດ.

 

 

 

ຂ່າວ/ບົດ​ອື່ນ