ທ່ານຫງວຽນເຕີນຢຸງ ຊີ້ນຳການຜັນຂະຫຍາຍ ໜ້າທີ່ຂະແໜງອຸດສາ ຫະກຳການຄ້າ

ທ່ານຫງວຽນເຕີນຢຸງ ຊີ້ນຳການຜັນຂະຫຍາຍ ໜ້າທີ່ຂະແໜງອຸດສາ ຫະກຳການຄ້າ - ảnh 1

ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ

(ພາບ:nguyentandung.org)

(vovworld): ​ຕອນ​ເຊົ້າວັນ​ທີ 11/1, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມຜັນ​ຂະຫຍາຍ​ໜ້າ​ທີ່​ຂະ​ແໜງ​ອຸດສາຫະກຳ​ການ​ຄ້າ​ປີ 2013. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​ໃຫ້​ທົ່ວ​ຂະ​ແໜງ​ອຸດສາຫະກຳ​ການ​ຄ້າຈົ່ງ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຊີ້​ນຳ​ບໍລິຫານ​ການ​ປະຕິບັດ​ແຜນການ​ປີ 2013 ຢ່າງ​ຂ້ຽວຂາດ​ນັບ​ແຕ່​ຕົ້ນປີ; ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ​ແກ້​ໄຂ​ສິນຄ້າ​ຄ້າງ​ສາງ, ໜີ້​ຄ້າງ​ຊຳລະ, ໜູນ​ຊ່ວຍ​ວິ​ສາ​ຫະກິດ​ສຳ​ພັດ​ກັບ​ສິນ​ເຊື່ອ…ທ່ານ​ນາຍົກລັດຖະມົນຕີ​ໃສ່​ໃຈ​ວ່າຂະ​ແໜງ​ອຸດສາຫະກຳ​ການ​ຄ້າຕ້ອງ​ສຸມ​ໃສ່​ການ​ພັດທະນາ​ຕະຫຼາດ​ພາຍ​ໃນ​ປະ​ເທດ, ຖື​ວ່າ ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ 2013 ຕິດ​ພັນ​ກັບ​ການ​ຍູ້​ແຮງ​ການ​ປະຕິບັດ​ບັ້ນຂົນຂວາຍຊາວ​ຫວຽດນາມ ບຸລິມະສິດ​ຊົມ​ໃຊ້​ສິນຄ້າຫວຽດນາມ ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີກໍ່​ຮຽກຮ້ອງ​ໃຫ້ຂະ​ແໜງ​ອຸດສາຫະກຳ​ການ​ຄ້າຕ້ອງຍົກ​ສູງ​ປະສິດທິ​ຜົນ, ຜົນ​ສັກສິດ​​ໃນການ​ຄຸ້ມ​ຄອງລັດ; ຍູ້​ແຮງ​ການ​ສົ່ງ​ອອກ​ຕິດ​ພັນ​ກັບ​ການ​ຄວບ​ຄຸມ​ການ​ນຳ​ເຂົ້າ, ສື​ບຕໍ່ຍູ້​ແຮງ​ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ວາງ​ແຜນ​ພັດທະນາ​ອຸດ​ສາ​ຫະກຳ…

 

 

 

 

ຂ່າວ/ບົດ​ອື່ນ