ທ່ານຫງວຽມຊວນຟຸກນາຍົກລັດຖະມົນຕີເຂົ້າຮ່ວມພິທີປະກາດຂໍ້ຕົກລົງຫົວໜ້າຄະນະຊີ້ນຳໄຕບັກ


ທ່ານຫງວຽມຊວນຟຸກນາຍົກລັດຖະມົນຕີເຂົ້າຮ່ວມພິທີປະກາດຂໍ້ຕົກລົງຫົວໜ້າຄະນະຊີ້ນຳໄຕບັກ - ảnh 1
ທ່ານ ຫງວຽມ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ​
ມອບ​ຂໍ້​ຕົກ​ລົງ​ ຂອງ​ກົມ​ການ​ເມືອງ​ໃຫ້ ທ່ານ​ຫງວຽນ​ວັນ​ບີ່ງ
(ພາບ: VGP/ກວາງຮຽວ)

(vov.world) - ຕອນ​ບ່າຍ​ວັນ​ທີ19/7, ທີ​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳໄຕ​ບັກ (ຕາ​ເວັນ​ຕົກ​ສ່ຽງ​ເໜືອ)​ຈັດ​ຕັ້ງ​ກອງ​ປະ​ຊຸມປະ​ກາດ​ຂໍ້​ຕົກ​ລົງ ຂອງ​​ກົມການ​ເມືອງ, ຄະ​ນະເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກອມ​ມ​ູ​ນິດ​ຫວຽດ​ນາມ ກ່ຽວ​ກັບ​​ວຽກງານພະ​ນັກ​ງານ. ມອບ​ຂໍ້​ຕົກ​ລົງ​ ຂອງ​ກົມ​ການ​ເມືອງ​ໃຫ້ ທ່ານ​ຫງວຽນ​ວັນ​ບີ່ງ, ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ ໄຕ​ບັກ, ທ່ານ ຫງວຽມ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້ ​ທ່ານ ຫງວຽນ​ວັນ​ບີ່ງ ສືບ​ຕໍ່ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ,ຄຸນ​ນະ​ທາດ, ພູມ​ບັນ​ຍາ​ຂອງ​ຕົນ ນຳໄຕ​ບັກ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ບືນ​ຕົວ​ຂຶ້ນ​ພັດ​ທະ​ນາ ພ້ອມ​ກັບ​ບັນ​ດາ​ເຂດ​ພາກ ໃນ​ທົ່ວ​ປະ​ເທດ. ສ່ວນ​ທ່ານ ຫງວຽນ​ວັນ​ບີ່ງ ຢື້ນ​ຢັນ​ວ່າ ຈະ​ພ້ອມ​ກັບບັນ​ດາ​ສະ​ມາ​ຊິກ ໃນຄະ​ນະຊີ້​ນຳ ໄຕ​ບັກ ສູ້​ຊົນ ພ້ອມ​ກັບ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ແລະ ອຳ​ນາດ​ການ​ປົກ​ຄອງ​ບັນ​ດາ​ແຂວງໃນ​ເຂດໄຕ​ບັກ ຮັກສາຄວາມສະຫງົບປອດໄພ​ດ້ານການ​ເມືອງ, ​ຄວາມ​ເປັນລະ​ບ​ຽບຮຽບ​ຮ້ອຍ​ໃນ​ສັງ​ຄົມ. ພ້ອມ​ທັງ ເບິ່ງແຍງດູແລຊີວິດ​ທາງ​ດ້ານວັດ​ຖຸ​ ແລະຈິດ​ໃຈ ຂອງ​ປະ​ຊາ​ຊົນ, ແກ້​ໄຂ​ຄວ​າມ​ຫຍຸ້ງຍາກເທື່ອ​ລະ​ກ້າວ ເພື່ອ​ໃຫ້ ໄຕ​ບັກ​ພັດ​​ທະ​ນາ.

ຂ່າວ/ບົດ​ອື່ນ