ທ່ານ​ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເຈືອງຫວິງ​ຈ້ອງ ເຖິງ​ແກ່​ມໍ​ລະ​ນະ​ກຳ

(VOVWORLD) -ພາຍຫຼັງເຈັບໜັກມາເປັນໄລຍະໜຶ່ງ, ເຖິງວ່າພັກ, ລັດ ແລະ ຖັນແຖວສາດສະດາຈານ, ແພດໝໍ ພ້ອມດ້ວຍຄອບຄົວໄດ້ປິ່ນປົວ ແລະ ເບິ່ງແຍງດູແລຢ່າງສຸດຈິດສຸດໃຈ ແຕ່ຍ້ອນອາຍຸສູງ, ສຸຂະພາບອ່ອຍເພຍ, ທ່ານອະດີດຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຫວິງຈ້ອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 3 ໂມງ 25 ນາທີຂອງວັນທີ 19 ກຸມພາ ປີ 2021.
ທ່ານ​ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເຈືອງຫວິງ​ຈ້ອງ ເຖິງ​ແກ່​ມໍ​ລະ​ນະ​ກຳ - ảnh 1ທ່ານອະດີດຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຫວິງຈ້ອງ ເຖິງແກ່ມໍລະນະກຳ ໃນເວລາ 3 ໂມງ 25 ນາທີຂອງວັນທີ 19 ກຸມພາ (ພາບ: TTXVN)

ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ພ້ອມດ້ວຍຄອບຄົວ ມີຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງ ເມື່ອແຈ້ງໃຫ້ຊາບວ່າ: ພາຍຫຼັງເຈັບໜັກມາເປັນໄລຍະໜຶ່ງ, ເຖິງວ່າພັກ, ລັດ ແລະ ຖັນແຖວສາດສະດາຈານ, ແພດໝໍ ພ້ອມດ້ວຍຄອບຄົວໄດ້ປິ່ນປົວ ແລະ ເບິ່ງແຍງດູແລຢ່າງສຸດຈິດສຸດໃຈ ແຕ່ຍ້ອນອາຍຸສູງ, ສຸຂະພາບອ່ອຍເພຍ, ທ່ານອະດີດຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຫວິງຈ້ອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 3 ໂມງ 25 ນາທີຂອງວັນທີ 19 ກຸມພາ ປີ 2021 (ເຊິ່ງກົງກັບວັນທີ 8 ເດືອນຈຽງ ປີສະຫຼູ) ຢູ່ເຮືອນພັກສ່ວນຕົວ ຢູ່ບ້ານເລືອງທ້ວນ, ຕາແສງ ເລືອງເກື໊ອຍ, ເມືອງ ຢົ່ງຈົມ, ແຂວງ ເບັ້ນແຈ, ລວມອາຍຸ 79 ປີ.

        ງານສົບທ່ານອະດີດຮອງນາຍົກລັດຖະມົນຕີ ເຈືອງຫວິງຈ້ອງ ຈະຖືກດຳເນີນຕາມງານສົບລະດັບຊາດ. ຄະນະຈັດຕັ້ງງານສົບແຫ່ງລັດ ລວມມີສະມາຊິກ 21 ທ່ານ, ໂດຍທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິນ ເປັນຫົວໜ້າຄະນະ.


ຕອບກັບ

ຂ່າວ/ບົດ​ອື່ນ