ທ່ານຮອງນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນບັນດານັກວິທະຍາສາດດ້ານການແພດລັດເຊຍ

ທ່ານຮອງນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນບັນດານັກວິທະຍາສາດດ້ານການແພດລັດເຊຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ
ຕ້ອນຮັບ​ຄະນະ​ຜູ້​ແທນ​ບັນດາ​ນັກວິທະຍາສາດ​ດ້ານ​ການ​ແພດ​ສະຫະພັນລັດ​ເຊຍ
(ພາບ: VGP)


(vovworld) – ຕອນ​ບ່າຍ​ວັນ​ທີ 20/10, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ບັນດາ​ນັກວິທະຍາສາດ​ດ້ານ​ການ​ແພດ​ສະຫະພັນລັດ​ເຊຍ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ຢູ່​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ກິດຈະກຳ​ກໍ່ສ້າງສຸສານ​ປະທານ​ໂຮ່ຈິ​ມິນ ຍາມ​ໃດ​ກໍ່​ແມ່ນ​ສັນຍາ​ລັກ​​ແຫ່ງ​ນ້ຳ​ໃຈ​ມິດຕະພາບ, ຄວາມ​ສັດ​ຊື່, ຜູກ​ພັນ​ກັນລະຫວ່າງ 2 ຊາດ. ການ​ນຳ​ພັກ, ລັດ ​ແລະ ລັດຖະບານ​ຫວຽດນາມ ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຮອບດ້ານ, ນ້ຳ​ໃຈ​ຂອງ​ບັນດາ​ນັກວິທະຍາສາດ​ດ້ານ​ການແພດ​, ​ເຕັກນິກ​ຂອງ​ໂຊ​ວຽດ ​ໃນ​ເມື່ອ​ກອນ ​ແລະ ລັດ​ເຊຍ ​ໃນ​ປະຈຸ​ບັນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ, ລັດ ​ແລະ ບັນດາ​ນັກວິທະຍາສາດ​ສະຫະພັນ​ລັດ​ເຊຍ ຈະສືບ​ຕໍ່​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ການ​ລົງ​ເລ​ິກຄົ້ນຄວ້າ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ບຳລຸງ​ສ້າງ​ພະນັກງານ​ວິທະຍາສາດ​ເຕັກນິກ. ພ້ອມ​ທັງ​ໜູນ​ຊ່ວຍ​ຮ່ວມ​ມື​ກັບ​ບັນດາ​ນັກວິທະຍາສາດ​ຫວຽດນາມ ​ເພື່ອ​ປະຕິບັດ​ໜ້າ​ທີ່​ຮັກສາ​ຊາກ​ສົບ​ປະທານ​ໂຮ່ຈິ​ມິນ, ຕອບສະໜອງ​ຄວາ​ມມຸ່ງ​ມາດ​ປາດ​ຖະໜາ​ຂອງ​ພັກ, ລັດ ​ແລະ ປະຊາ​ຊົນ​ຫວຽດນາມ.

ຂ່າວ/ບົດ​ອື່ນ