ທ່ານຮອງນາຍົກລັດຖະ ມົນຕີຫງວຽນຊວນຟຸກ ເຮັດວຽກຢູ່ດ່ານັງ

ທ່ານຮອງນາຍົກລັດຖະ ມົນຕີຫງວຽນຊວນຟຸກ ເຮັດວຽກຢູ່ດ່ານັງ - ảnh 1
(ພາບ:
diemtin.vansu.vn)

(vovworld)-  ຕອນ​​​ເຊົ້າ​ວັນ​ທີ 15/7, ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ການ​ປະຕິບັດ​ວຽກ​ງານ​ບຸກ​ເບີກ​ໜ້າ​ພຽງ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ໃຫ້​ແກ່​ໂຄງການ​ລົງທຶນ​ກໍ່ສ້າງ​ເສັ້ນທາງ​ຫຼວງ 1A ຕອນ​ແທງ​ຮວາ-​ເກີນ​ເທີ ​ແລະ ​ໂຄງການກໍ່​ສ້າງ​ເສັ້ນທາງ​ໂຮ່ຈິ​ມິນ ຕອນ​ຜ່ານ​ເຂດ​ໄຕ​ງວຽນ. ກ່າວ​ຄຳ​ເຫັນ​ນະ​ກອງ​ປະຊຸມ, ທ່ານຮອງ​ນາຍົກລັດຖະ ມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ຮຽກຣ້ອງ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ ຈົ່ງ​ຖື​ວຽກ​ງານ​ບຸກ​ເບີກ​ໜ້າ​ພຽງ​ແມ່ນ​ໜ້າ​ທີ່​ການ​ເມືອງສຳຄັນ, ທັງ​ລະບົບ​ການ​ເມືອງ​ຕ້ອງ​ເຂົ້າຮ່ວມຢ່າງ​ຂ້ຽວຂາດ ​ແລະ ທ່ານ​ກໍ່​ຮຽກຮ້ອງ​ໃຫ້ບັນດາ​ຫົວໜ່ວຍ​ປະຕິບັດ​ຕ້ອງ​ຮັບປະກັນ​ຄຸນ​ນະພາ​ບ, ລະດັບ​ຄວາມ​ໄວ ​ແລະ ຄວາມ​ປອດ​ໄພ​ເມື່​ອຜັນ​ຂະຫຍາຍ​ບັນດາ​ໂຄງການ​ນີ້.

ຂ່າວ/ບົດ​ອື່ນ