ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ຝ້າມບີງມິນ
|
(vovworld)- ວັນທີ 4/7, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ຝ້າມບີງມິນ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ໂປໂລຍປະຈຳຫວຽດນາມ ທ່ານນາງ Barbara Szymanowska ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາຮັບໜ້າທີ່ປະຕິບັດງານຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ຝ້າມບີງມິນໄດ້ສະເໜີ 2 ຝ່າຍສືບຕໍ່ແລກປ່ຽນບັນດາການຢ້ຽມຢາມ, ພົບປະລະຫວ່າງການນຳຂັ້ນສູງຂອງ 2 ປະເທດ, ຈັດບັນດາການເຄື່ອນໄຫວທີ່ມີຄວາມໝາຍເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດໃນປີ 2015, ພ້ອມທັງເອົາໃຈໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການລົງທຶນ. ເອກອັກຄະລັດຖະທູດ ໂປໂລຍປະຈຳຫວຽດນາມ ທ່ານນາງ Barbara Szymanowska ໄດ້ຢືນຢັນຄວາມຫວັງຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບຫວຽດນາມ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ.
ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ຝ້າມບີງມິນ ກໍໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ອັງກິດ ແລະ ໄອແລນເໜືອປະຈຳຫວຽດນາມ ທ່ານ Antony Stokes ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດງານຢູ່ຫວຽດນາມ.