ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ເຂົ້າຮ່ວມກອງປະຊຸມປຶກສາຫາລືເປີດຂັ້ນສູງ ຂອງສະພາຄວາມໝັ້ນຄົງ ສປຊ
(VOVWORLD) - ວັນທີ 4 ທັນວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລືເປີດຂັ້ນສູງ ຂອງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ການຮ່ວມມືລະຫວ່າງ ສປຊ ແລະ ສະຫະພາບອາຟະລິກາ (AU) ໂດຍທ່ານປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa ເປັນປະທານ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ (ພາບ: TTXVN) |
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ຢັ້ງຢືນວ່າ ການພົວພັນຮ່ວມມືລະຫວ່າງ ສປຊ ແລະ ສະຫະພາບອາຟະລິກາ ແມ່ນຂອບເຂດທີ່ສຳຄັນໃນການຜັນຂະຫຍາຍບັນດາຂໍ້ລິເລີ່ມກ່ຽວກັບຄວາມໝັ້ນຄົງ, ສັນຕິພາບ ຢູ່ພາກພື້ນ, ເຊິ່ງໄດ້ປະກອບສ່ວນສະກັດກັ້ນ ແລະ ແກ້ໄຂບັນດາການປະທະກັນຢູ່ ອາຟະລິກາ. ບົນພື້ນຖານນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ແບ່ງປັນບາງຂໍ້ສະເໜີ ເພື່ອແນໃສ່ເພີ່ມທະວີການຮ່ວມມື ລະຫວ່າງ ສປຊ ກັບ ສະຫະພາບອາຟະລິກາ. ຫວຽດນາມ ຍາມໃດກໍພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດທະນາການສ້າງສັນຕິພາບ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ແລະ ສະຫະພາບອາຟະລິກາ ໃນໄລຍະຈະມາເຖິງ ເພື່ອຜົນປະໂຫຍດລວມຂອງສອງພາກພື້ນ ອາຊີ ແລະ ອາຟະລິກາ.