​ທ່ານຮອງ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ​ພົບ​ປະ​ກັບ​ສະ​ພາ​ວິ​ສາ​ຫະ​ກິດ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) - ຕອນບ່າຍວັນທີ 27 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການພົບປະກັບບັນດາສະມາຊິກສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງ
​ທ່ານຮອງ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ​ພົບ​ປະ​ກັບ​ສະ​ພາ​ວິ​ສາ​ຫະ​ກິດ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ການພົບປະ( ພາຍ: VGP)

ທ່ານ ຫວູດຶກດາມ ຕີລາຄາສູງຕໍ່ເລື່ອງສະພາ ແລະ ບັນດາວິສາຫະກິດສະມາຊິກທີ່ມີການເຄື່ອນໄຫວອັນແທດຈິງ, ລະອຽດຫຼາຍຢ່າງເພື່ອຂະຫຍາຍຈິດໃຈພັດທະນາແບບຍືນຍົງເຖິງທຸກໆວິສາຫະກິດ, ປະຊາຊົນທຸກຄົນ. ໃນໄລຍະຈະມາເຖິງ, ສະພາຕ້ອງພັດທະນາຢ່າງວ່ອງໄວກ່ວາອີກ, ມີຄວາມຍືນຍົງກ່ວາອີກ, ດ້ວຍຈຳນວນສະມາຊິກທີ່ເຂົ້າຮ່ວມນັບມື້ນັບຫຼາຍຂຶ້ນ, ຢາກເຮັດໄດ້ຄືແນວນັ້ນ, ຊຸດມາດຕະຖານການຕີລາຄາວິສາຫະກິດພັດທະນາແບບຍືນຍົງໃນປັດຈຸບັນຄວນສືບຕໍ່ຫັນເປັນງາຍດ່າຍເພື່ອກາຍເປັນບັນດາໝວດມາດຕະຖານສຳຄັນ, ຈື່ຈຳງ່າຍ ແລະ ປະຕິບັດໄດ້ງ່າຍ.

        ເນັ້ນໜັກເຖິງຄວາມສຳຄັນຂອງບັນດາຂໍ້ລິເລີ່ມດ້ານເສດຖະກິດໝູນວຽນ, ການຜະລິດຄືນໃໝ່, ການແກ້ໄຂບັນຫາຂີ້ເຫຍື້ອ ພຣາດສະຕິກ, ຖົງຢາງ, ທ່ານ ຫວູດຶກດາມ ຖືວ່າ ສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງຄວນສະເໜີນະໂຍບາຍໜູນຊ່ວຍວິສາຫະກິດໃນການບຳບັດສິ່ງເສດເຫຼືອ, ຜະລິດຂີ້ເຫຍື້ອ, ເຂົ້າຮ່ວມການປະຕິບັດ ຫຼື ການອຸປະຖຳບັນດາໂຄງການຂົນຂວາຍປະຊາຊົນໃນການແຍກ ຂີ້ເຫຍື້ອ.

ຕອບກັບ

ຂ່າວ/ບົດ​ອື່ນ