ທ່ານຮອງນາຍົກລັດຖະມົນຕີ ຫວ່າງຈູງຮາຍ ຕ້ອນຮັບຜູ້ອຳນວຍການ ບໍລິຫານຂອງ UNIDO

ທ່ານຮອງນາຍົກລັດຖະມົນຕີ ຫວ່າງຈູງຮາຍ ຕ້ອນຮັບຜູ້ອຳນວຍການ ບໍລິຫານຂອງ UNIDO - ảnh 1
( ພາບ: vietnamplus.vn )

( vovworld ) - ວັນ​ທີ 8/3, ຢູ່​ສຳນັກງານ​ລັດຖະບານ,​ ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວ່າງ​ຈູງ​ຮາ​ຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Wilifried Luetkenhost ຜູ້ອຳນວຍການ​ບໍລິຫານ​ຂອງ​ອົງການ​ພັດທະນາ​ອຸດສາຫະກຳ​ສະຫະ​ປະຊາ​ຊາດ ( UNIDO ) ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວ່າງ​ຈູງ​ຮາ​ຍ ​ໃຫ້​ຂໍ້​ສັງ​ເກ​ດວ່າ ບົດ​ລາຍ​ງານ​ພັດທະນາ​ອຸດສາຫະກຳ​ທົ່ວ​ໂລກ​ເຊິ່ງ UNIDO ​ໄດ້​ປະກາດ​ຢູ່​ຫວຽດນາມ ​ແມ່ນ​ເອກະສານ​ທີ່​ມີ​ຄຸນຄ່າ. ຫວຽດນາມ ພວມ​ປະຕິບັດ​ວຽກ​ງານ​ສ້າງ​ໂຄງ​ປະກອບ​ພື້ນຖານ​​ເສດຖະກິດ​ຄືນ​ໃໝ່ ​ແລະ ປາດ​ຖະໜາ​ວ່າ UNIDO ຈະ​ພ້ອມ​ກັບ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນຫາ​ສ້າງ​ນະ​ໂຍບາຍ​ພັດທະນາ​ຂະ​ແໜງ​ອຸດສາຫະກຳ​ໃນ​ບັນດາ​ຂົງ​ເຂດ​ຄື; ມາດຕະຖານ, ມາດຖານ​ກຳນົດ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຄຸ້ມ​ຄອງ​ຂະ​ແໜງ​ທາດ​ເຄມີ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃນ​ຂົງ​ເຂດ​ອຸດສາຫະກຳ…

      ທ່ານ Wilifried Luetkenhost ຜູ້ອຳນວຍການ​ບໍລິຫານ UNIDO ​ໄດ້​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແມ່ນ​ໜື່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ UNIDO ​ແລະ ຄວາມ​ຄຶບໜ້າ​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ຂົງ​ເຂດ​ອຸດສາຫະກຳ.
ຂ່າວ/ບົດ​ອື່ນ