ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ຢ້ຽມ​ຢາມ​ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ ຢູ່ ກຸຍ​ບາ​

(VOVWORLD) - ViMariel ແມ່ນໂຄງການທີ່ມີທຶນ 100% ຈາກຕ່າງປະເທດ ດ້ວຍຂອບເຂດ 150 ເຮັກຕາ, ເຂດເສດຖະກິດນີ້ນອນໃນເຂດພັດທະນາພິເສດ Mariel,  ຫ່າງຈາກນະຄອນຫຼວງ La Habana ເກືອບ 50 ກີໂລແມັດ ແລະ ໄດ້ຮັບການພັດທະນາເພື່ອກາຍເປັນເຂດອຸດສາຫະກຳໃຫຍ່ທີ່ສຸດຂອງ ກຸຍບາ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ຢ້ຽມ​ຢາມ​ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ ຢູ່ ກຸຍ​ບາ​ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢ້ຽມຢາມເຂດອຸດສາຫະກຳ ຫວຽດນາມ ຢູ່ ກຸຍບາ (ພາບ: VGP/TTXVN)

ຕອນບ່າຍວັນທີ 16 ກັນຍາ, ໃນຂອບເຂດການຢ້ຽມຢາມ ກອງປະຊຸມສຸດຍອດ G77 ແລະ ຈີນ, ການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກຸຍບາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ຄະນະຜູ້ແທນ ໄດ້ໄປຢ້ຽມຢາມ ເຂດອຸດສາຫະກຳ ViMariel ເຊິ່ງແມ່ນເຂດເສດຖະກິດທຳອິດ ແລະ ໜຶ່ງດຽວໂດຍ ວິສາຫະກິດ ຫວຽດນາມ ລົງທຶນກໍ່ສ້າງຢູ່ ກຸຍບາ.

ViMariel ແມ່ນໂຄງການທີ່ມີທຶນ 100% ຈາກຕ່າງປະເທດ ດ້ວຍຂອບເຂດ 150 ເຮັກຕາ, ເຂດເສດຖະກິດນີ້ນອນໃນເຂດພັດທະນາພິເສດ Mariel,  ຫ່າງຈາກນະຄອນຫຼວງ La Habana ເກືອບ 50 ກີໂລແມັດ ແລະ ໄດ້ຮັບການພັດທະນາເພື່ອກາຍເປັນເຂດອຸດສາຫະກຳໃຫຍ່ທີ່ສຸດຂອງ ກຸຍບາ.

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຖືວ່າ ນີ້ແມ່ນຮູບແບບເສດຖະກິດທີ່ມີຄວາມສາມາດບົ່ມຊ້ອນ, ສະຖານທີ່ທົດລອງບັນດານະໂຍບາຍໃໝ່, ພິເສດ, ສ້າງກຳລັງໜູນຢ່າງແຮງໃຫ້ແກ່ພື້ນຖານເສດຖະກິດ ກຸຍບາຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປັດຈຸບັນ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ເຂດພັດທະນາພິເສດ Mariel ແມ່ນໂຄງການພົ້ນເດັ່ນຂອງ ກຸຍບາໃນການດຶງດູດເງິນລົງທຶນຈາກຕ່າງປະເທດ. ດ້ວຍພື້ນຖານໂຄງລ່າງໄດ້ຮັບການລົງທຶນຢ່າງຄົບຊຸດ, ທັນສະໄໝ, ມີລັກສະນະເຊື່ອມຕໍ່ສູງ, ເຂດພັດທະນາພິເສດ Mariel ໝັ້ນໝາຍຈະນຳກາລະໂອກາດຫຼາຍຢ່າງມາໃຫ້ນັກລົງທຶນຕ່າງປະເທດເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະຢູ່ ກຸຍບາ.

ຕອບກັບ

ຂ່າວ/ບົດ​ອື່ນ