ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວຶ​ອງ​ດິ່ງ​ເຫ້ວ ເຂົ້າ​ຮ່ວມກອງ​ປະ​ຊຸມ​ພັດ​ທະ​ນາ​ນະ​ຄອນ​ວິງ

(VOVWORLD) -ຕອນເຊົ້າວັນທີ 8 ກັນຍາ, ຢູ່ນະຄອນວິງ, ແຂວງເງະອານ ໄດ້ດຳເນີນກອງປະຊຸມຜັນຂະຫຍາຍບັນດາເນື້ອໃນແຈ້ງການ ຂອງ ກົມການເມືອງກ່ຽວກັບການພັດທະນານະຄອນວິງ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວຶ​ອງ​ດິ່ງ​ເຫ້ວ ເຂົ້າ​ຮ່ວມກອງ​ປະ​ຊຸມ​ພັດ​ທະ​ນາ​ນະ​ຄອນ​ວິງ - ảnh 1 ກອງປະຊຸມພັດທະນານະຄອນວິງ (ພາບ:  laodong.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວຶອງດິ່ງເຫ້ວເນັ້ນໜັກວ່າ: ນັບແຕ່ອະດີດກໍ່ຄືປັດຈຸບັນ ນະຄອນວິງໄດ້ພິສູດໃຫ້ເຫັນກ່ຽວກັບຂະໜາດ, ທີ່ຕັ້ງຍຸດທະສາດພິເສດສຳຄັນ - ເມືອງເອກຂອງແຂວງເງະອານ ແລະ ແມ່ນໃຈກາງຂອງເຂດທາງທິດເໜືອຂອງພາກກາງ. ການຫັນເປັນໂລກະພິວັດ ແລະ ທ່າອ່ຽງຂອງບັນດາພື້ນຖານເສດຖະກິດໂລກທີ່ມີການເໜັງຕິງ, ປ່ຽນແປ່ງໃໝ່ຢ່າງບໍ່ຢຸດຢັ້ງມຸ່ງໄປເຖິງການປະຕິວັດອຸດສາຫະກຳ 4.0. ດັ່ງນັ້ນ, ນະຄອນວິງຕ້ອງນຳໜ້າໃນການປະຕິວັດ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າການຄຸ້ມຄອງ, ບໍລິຫານ ແລະ ພັດທະນາຢ່າງແຮງ. ດ້ານອື່ນ, ນະຄອນກໍ່ຄວນເປັນເຈົ້າການປະກາດໃຊ້ກົນໄກ, ນະໂຍບາຍເພື່ອດຶງດູດແຫຼ່ງກຳລັງ ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການສົ່ງເສີມກຳຫຼັງແຮງພາຍໃນ ແລະ ລະດົມການລົງທຶນຈາກບັນດາອົງການຈັດຕັ້ງ, ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດແຕ່ກໍ່ຕ້ອງມີຈຸດສຸມ ແລະ ບຸລິມະສິດການພັດທະນານະຄອນວິງຢ່າງຮອບດ້ານ. ພ້ອມທັງຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄົ້ນຄ້ວາ, ສະເໜີໃຫ້ລັດຖະບານກ່ຽວກັບບັນດາກົນໄກ, ນະໂນບາຍໃຫ້ເໝາະສົມເພື່ອພັດທະນານະຄອນວິງແນໃສ່ລະດົມບັນດາແຫຼ່ງກຳລັງໃຫ້ສູງສຸດ, ປັບປຸງສະພາບແວດລ້ອມການລົງທຶນດຳເນີນທຸລະກິດຢ່າງແຮງ, ຍາດແຍ່ງເອົາການຮ່ວມມື, ການໜູນຊ່ວຍຈາກປະຊາຄົມ, ນັກອຸປະຖຳ, ນັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ