ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງຕ້ອນຮັບປະທານສະຫະສະມາຄົມກາແດງແລະກາຊີກວົງເດືອນແດງສາກົນ

ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງຕ້ອນຮັບປະທານສະຫະສະມາຄົມກາແດງແລະກາຊີກວົງເດືອນແດງສາກົນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີ້ງ​ດີງ​ຢູງ​ແລະ ທ່ານປະ​ທານ​ສະ​ຫະ​ສະ​ມາ​ຄົມ​ກາແດງ ແລະ ກາ​ຊີກວົງ​ເດືອນ​ແດງ​ສາ​ກົນ Tadateru Konoe 
ພາບ:thanhtra.com.vn

(vovworld)- ທີ່​ການ​ຕ້ອນ​ຮັບ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ກາແດງ ແລະ ກາ​ຊີກວົງ​ເດືອນ​ແດງ​ສາ​ກົນ Tadateru Konoe ໃນ​ຕອນ​ບ່າຍ​ວັນ​ທີ 19/11 ຢູ່ ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ໃຫ້​ຮູ້​ວ່າ: ຫວຽດ​ນາມ ແມ່ນ​ປະ​ເທດ​ຖືກ​ຜົນ​ສະ​ທ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິ​ນຟ້າ​ອາ​ກາດ ແລະ ໄພ​ທຳ​ມະ​ຊາດ​ນັບ​ມື້​ນັບ​ຮ້າຍ​ແຮງ, ໃນ​ຊຸມ​ເດືອນ​ຜ່ານ​ມາ ປະ​ຊາ​ຊົນ​ພາກ​ກາງ​ຫວຽດ​ນາມ ໄດ້​ຖືກ​ນ້ຳ​ຖ້ວມ​ຫລາຍ​ຄັ້ງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ຫນາ​ຢາກ​ສະ​ຫະ​ສະ​ມາ​ຄົມ​ສືບ​ຕໍ່​ເອົາ​ໃຈ​ໃສ່, ເພີ່ມ​ທະ​ວີ​ຮຽກ​ຮ້ອງ​ການ​ຫນູນ​ຊ່ວຍ​ສາ​ກົນ​ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ຖືກ​ເສຍ​ຫາຍ​ຍ້ອນ​ໄພ​ນ້ຳ​ຖ້ວມ, ໄພ​ທຳ​ມະ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ຫນ​ັກ​ວ່າ: ລັດ​ຖະ​ບານ ຫວຽດ​ນາມ ຈະ​ສ້າງ​ເງື່ອນ​ໄຂ​ດີ​ສຸດ​ເພື່ອ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ​ຂອງ​ສະ​ຫະ​ສະ​ມາ​ຄົມ​ຢູ່​ຫວຽດ​ນາມ ກໍ​ຄ​ື​ໃນ​ການ​ພົວ​ພັນ​ຮ່ວມ​ມື, ຫນູນ​ຊ່ວຍ​ສະ​ພາ​ກາ​ແດງ​ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ