ທ່ານຮອງນາຍົກລັດຖະມົນຕີຈິ່ງດິ່ງຢຸງຢ້ຽມຢາມສະຖານທູດຫວຽດນາມປະຈຳຍ່​ີ​ປຸ່ນ

ທ່ານຮອງນາຍົກລັດຖະມົນຕີຈິ່ງດິ່ງຢຸງຢ້ຽມຢາມສະຖານທູດຫວຽດນາມປະຈຳຍ່​ີ​ປຸ່ນ - ảnh 1
(ທ່ານຮອງນາຍົກລັດຖະມົນຕີຈິ່ງດິ່ງຢຸງ
ຢ້ຽມຢາມສະຖານທູດຫວຽດນາມປະຈຳຍ່​ີ​ປຸ່ນ)

(vovworld) –​ ໃນ​ຕອນ​ບ່າຍ​ບັນ​ທີ 29/5, ​ ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິງ​ດິ່ງ​ຢຸງ​ ໄປ​ຢ້ຽມ​ຢາມ, ໂອ້​ລົມກັບ​ພະ​ນັກ​ງານ, ພ​ະລາ​ກອນສະ​ຖານ​ທູດ ແລະ ຕາງ​ໜ້າ​ສະ​ມາ​ຄົມ​ຊາວຫວຽດ​ນາມ​ ປະ​ຈຳຍ່​ີ​ປຸ່ນ. ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິງ​ດິ່ງ​ຢຸງ ໃຫ້​ຮູ້​ວ່າ: ​ໃນການ​ມາ​ປະ​ຕິ​ບັດ​ງານ ຢູ່​ຍ່​ີ​ປຸ່ນ ​ໃນ​ຄັ້ງ​ນີ້, ພ້ອມ​ກັບ​ການ​ເຂົ້າ​ຮ່ວມ ​ບັນ​ດາ​ການ​ເຄື່ອນ​ໄຫວ ຂອງກອງ​ປະ​ຊຸ​ມ​ອະນາ​ຄົດອາ​ຊີ, ຈະ​ມີບ​ັນ​ດາ​ການ​ພົບ​ປະ ແລ​ະ ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ການ​ນຳ​ບາງ​ກະ​ຊວງ, ​ຂະ​ແໜງການ, ຕາງ​ໜ້າ​ອົງ​ການ​ເສດ​ຖະ​ກິດ, ວິ​ສາ​ຫະ​ກິດ​ຂອງ​ຢີ​່ປຸ່ນ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ສອງ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ ເພາະ​ນີ້​ເປັນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນບຸລິ​ມະ​ສິດ​ ຂອງ​ຫວຽດ​ນາມ ໃນ​ຍຸດ​ທະ​ສາດ​​ພັດ​ທະ​ນາ​ປະ​ເທດ​ຮອດ ປີ 2020.

        ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ່ງ​ດິ່ງ​ຢຸງ ສະ​ເໜີ​ ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳຍ່​ີ​ປຸ່ນ ສົມ​ທົບກັນ​ຜັນ​ຂະ​ຫຍາ​ຍາ ​ບັນ​ດາ​ຂົງ​ຕົກ​ລົງ ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໃຫ້​ດີ.

 “ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ​ຍີ່ປຸ່ນ ຕ້ອງ​ສືບ​ຕໍ່​ເສີມ​ຂ​ະ​ຫຍາ​ຍ ​ບັນ​ດາ​ໝາກ​ຜົນ, ຜົນ​ງານ, ມູ​ນເຊື້ອ​ທີ່​ບັນ​ລຸ​ໄດ້ ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາໜ້າ​ທີ່​ຂອງ​ຕົນ​ໃຫ້​ດີ​, ແຕ່ໃນນັ້ນ​ ຕ້ອງ​ຖືເອົາ​ໜ້າ​ທີ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເປັນ​ຈຸດ​ສຸມ”.

        ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິງ​ດິ່ງ​ຢຸງ ກໍ່​ໃສ່ໃຈ​ ​ສະ​ຖານ​ທູດ​ຈົ່ງ​ປະ​ຕິ​ບັດ​ວຽກ​ງານ​ປົກ​​ປ້ອງ​ພົນ​ລະ​ເມືອງ, ໜູນ​ຊ່ວຍ​​ປະ​ຊາ​ຄົມ​​ຊາວ​ຫວຽດ​ນາມ ທີ່ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດວຽກ ​ຢູ່​​ຍ່​ີ​ປຸ່ນ, ພ້ອມ​ທັງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​​ເປ​ັນຂົວ​ຕໍ່ ລະ​ຫວ່າງ ສອງ​ປະ​ເທດ, ຜ່ານ​​ນັ້ນ ​ປະ​ກອບ​ສ່ວນ​ຊຸກ​ຍູ້ ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ- ຍ່​ີ​ປຸ່ນ ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ.

ຂ່າວ/ບົດ​ອື່ນ