ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງເຈລະຈາກັບລັດຖະມົນຕີການຕ່າງປະເທດປອກຕຸຍການ

(VOVWORLD) -ສືບຕໍ່ການຢ້ຽມຢາມ ປອກຕຸຍການ, ຕອນບ່າຍວັນທີ 26 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ເຈລະຈາກັບລັດຖະມົນຕີການຕ່າງປະເທດ ປອກຕຸຍການ Augusto Santos Silva. 
 ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງເຈລະຈາກັບລັດຖະມົນຕີການຕ່າງປະເທດປອກຕຸຍການ  - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ປອກຕຸຍການ      Augusto Santos Silva. 

ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການ ເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ ແລະ ຢືນຢັນວ່າ: ຄວນເພີ່ມທະວີການທາບທາມດ້ານການເມືອງ, ການສົມທົບລະຫ່າງສອງກະຊວງການຕ່າງປະເທດ. ສອງຝ່າຍເຫັນດີຄວນສ້າງບັນດາກົນໄກຮ່ວມມືເພື່ອກຳນົດທິດ ແລະ ວາງອອກບັນດາມາດຕະການລະອຽດ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ສູ້ຊົນນຳວົງເງິນການຄ້າເພີ່ມຂຶ້ນ ແຕ່ 350 ລ້ານໂດລາສະຫະລັດໃນປະຈຸບັນ ໃຫ້ຂຶ້ນເຖິງ 1 ຕື້ ໂດລາສະຫະລັດໃນປີ 2020, ເພີ່ມທະວີການສົມທົບກັນຢູ່ເວທີປາໄສສາກົນ ແລະ ພາກພື້ນ. ສອງຝ່າຍໄດ້ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ມີເຮັດວຽກກັບລັດຖະມົນຕີເສດຖະກິດ ປອກຕຸຍການ Manuel Caldeira Cabral. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ສະເຫນີ: ສອງຝ່າຍພ້ອມກັນຮ່ວມມືລົງທຶນໃນຂົງເຂດ ຊື່ງ ປອກຕຸຍການ ມີທ່າແຮງຄື: ເສດຖະກິດທະເລ, ການຂົນສົ່ງທາງທະເລ, ພື້ນຖານໂຄງລ່າງ, ພະລັງງານຜະລິດຄືນໃຫມ່. ຫວຽດນາມ ປາດຖະຫນາຢາກເພີ່ມທະວີການສົ່ງອອກໄປຍັງ ປອກຕຸຍການ.


ຕອບກັບ

ຂ່າວ/ບົດ​ອື່ນ