ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງເຮັດວຽກຢູ່ແຂວງຟູທໍ້

ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງເຮັດວຽກຢູ່ແຂວງຟູທໍ້ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ເຮັດ​ວຽກ​ກັບ​ການ​ນຳ
ແຂວງ ຟູ​ທໍ້
ພ​າບ:chinhphu.vn

(vovworld)-​ວັນ​ທີ 28/2, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ໄດ້​ລົງ​ຢ້ຽມ​ຢາມ ແລະ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຟູ​ທ​ໍ້. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຖື​ວ່າ: ແຂວງ ຟູ​ທໍ້ ຄວນ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ປະ​ເທດ ແລະ ເຂດ​ແຄວ້ນ ມີ​ຈຸດ​ວັດ​ທະ​ນະ​ທຳ​ຄ້າຍ​ຄື​ກັນ ແລະເຊື່ອ​ຖືສາ​ສະ​ຫນາ​ດຽວ ​ໃນ​ປະ​ຊາ​ຄົມ​ອາ​ຊຽນ ພ້ອມ​ທັງ​ເປີດກວ້າງການ​ເຊື່ອມ​ຈອດ​ກັບ​ຈີນ ກ່ຽວ​ກັບ​ການ​ທ່ອງ​ທ່ຽວ, ເປັນ​ຕົ້ນ​ແມ່ນ​ທ່ອງ​ທ່ຽວ​ທາງ​ບົກ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ມອບ​ໃຫ້​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫນູນ​ຊ່ວຍ​ແຂວງ ຟູ​ທໍ້ ໃນ​ການ​ຂົນ​ຂວາຍ, ສ້າງ​ສຳ​ເນົາ​ເອ​ກະ​ສານ​ ຂັບ​ຊວານ ຟູ​ທໍ້ ເພື່ອ​ຍື່ນ​ສະ​ເຫນີ​ຕໍ່​ອົງ​ການ​ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ ແລະ ສຶກ​ສາ ສ​ປ​ຊ (UNESCO) ອອກ​ຈາກ​ສະ​ພາບ​ການ​ຄວນ​ຮັກ​ສາ​ດ່ວນ​ໃນ​ທ້າຍ​ປີນີ້, ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງງ​ຕາງ​ຫນ້າ​ຂອງມວນ​ມະ​ນຸດ​ໃນ​ປີ 2016.

ຂ່າວ/ບົດ​ອື່ນ