ທ່ານຮອງປະທານສະພາແຫ່ງຊາດ ຝູງກວັກຫຽນ ໃຫ້ການຕ້ອນຮັບທ່ານເລຂານຸການໃຫຍ່ອົງການສະມັດຕະພາບ ອາຊີ

(VOVWORLD) - ຕອນບ່າຍວັນທີ 28 ພະຈິກ, ທີ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານ ຝູງກວັກຫຽນ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Achmad Kurnia Prawira Mochtan - ເລຂານຸການໃຫຍ່ອົງການສະມັດຕະພາບ ອາຊີ (APO) ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

 ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຝູງກວັກຫຽນ ໄດ້ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບບັນດາອົງການຈັດຕັ້ງສາກົນ, ບັນດາລັດຖະສະພາສະມາຊິກ ເພື່ອຈັດຕັ້ງບັນດາການເຄື່ອນໄຫວໃນຂອບເຂດປີປະທານ AIPA 2020 ຢ່າງສຳເລັດຜົນ.

ທ່ານຮອງປະທານສະພາແຫ່ງຊາດ ຝູງກວັກຫຽນ ໃຫ້ການຕ້ອນຮັບທ່ານເລຂານຸການໃຫຍ່ອົງການສະມັດຕະພາບ ອາຊີ - ảnh 1ທີ່ການຕ້ອນຮັບ (ພາບ: daibieunhandan.vn

        ສ່ວນທ່ານ Achmad Kurnia Prawira Mochtan ຖືວ່າ: ຫວຽດນາມ ປະຕິບັດບັນດານະໂຍບາຍພັດທະນາເສດຖະກິດ - ສັງຄົມໃຫ້ກົມກຽວກັນໄດ້ເປັນຢາງດີ, ຖືຈຸດສຸມແມ່ນຍົກສູງສະມັດຕະພາບ, ພັດທະນາວິທະຍາສາດ - ເຕັກໂນໂລຊີ ແລະ ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ທ່ານກໍ່ຢັ້ງຢືນວ່າ: APO ຍາມໃດກໍ່ສະຫງວນຖັນແຖວນັກຊ່ຽວຊານທີ່ມີຄວາມສາມາດ ແລະ ມີລະດັບຄວາມຮູ້ສູງ ແນໃສ່ໜູນຊ່ວຍ ຫວຽດນາມ ຍົກສູງສະມັດຕະພາບ ແລະ ຄຸນນະພາບ, ໃນນັ້ນ ຜັນຂະຫຍາຍໂຄງການກໍ່ສ້າງແຜນການສັງລວມກ່ຽວກັບສະມັດຕະພາບ ມຸ່ງໄປເຖິງການພັດທະນາໂດຍອີງໃສ່ການປ່ຽນແປງໃໝ່ປະດິດຄິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ