ທ່ານຮອງປະທານສະພາແຫ່ງຊາດຫວຽດນາມຟຸ່ງກວ໊ກຫ໋ຽນຕ້ອນຮັບທ່ານ ປະທານອົງການກວດສອບແຫ່ງລັດພູຖານ

(VOVWORLD) -ຕອນບ່າຍວັນທີ 12 ພະຈິກ, ທີ່ ຫໍສະພາແຫ່ງຊາດຫວຽດນາມ, ທ່ານຟຸ່ງກວ໊ກຫ໋ຽນ ຮອງປະທານສະພາແຫ່ງຊາດຫວຽດນາມໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນອົງການກວດສອບແຫ່ງລັດພູຖານນຳໂດຍທ່ານ Tshering Kezang ປະທານອົງການກວດສອບແຫ່ງລັດພູຖານ, ພວມຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ.
ທ່ານຮອງປະທານສະພາແຫ່ງຊາດຫວຽດນາມຟຸ່ງກວ໊ກຫ໋ຽນຕ້ອນຮັບທ່ານ ປະທານອົງການກວດສອບແຫ່ງລັດພູຖານ - ảnh 1 ທ່ານຟຸ່ງກວ໊ກຫ໋ຽນ ຮອງປະທານສະພາແຫ່ງຊາດຫວຽດນາມໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນອົງການກວດສອບແຫ່ງລັດພູຖານນຳໂດຍທ່ານ Tshering Kezang ປະທານອົງການກວດສອບແຫ່ງລັດພູຖານ (ພາບ: quochoi.vn)

ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວ໊ກຫ໋ຽນເນັ້ນໜັກວ່າ: ສຳລັບອົງການກວດສອບແຫ່ງລັດຫວຽດນາມ,ຍາມໃດພັກ ແລະ ລັດ ຫວຽດນາມກໍ່ເອົາໃຈໃສ່, ປັບປຸງບູລະນະໃຫ້ສົມບູນ. ໃນໄລຍະຈະມາເຖິງ, ອົງການກວດສອບແຫ່ງລັດຈະສຸມໃສ່ຍູ້ແຮງວຽກງານກວດສອບບັນດາລາຍການ, ໂຄງການຈຸດສຸມແຫ່ງຊາດ, ບັນດາຂໍ້ສະເໜີຂອງສະພາແຫ່ງຊາດ, ນະໂຍບາຍຕິດພັນກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມໃຫ້ຮູ້ວ່າ: ສະພາແຫ່ງຊາດຫວຽດນາມຍາມໃດກໍ່ສະໜັບສະໜູນການເພີ່ມທະວີແລະພັດທະນາສາຍພົວພັນ, ການຮ່ວມມືຫຼາຍດ້ານກັບສະພາແຫ່ງຊາດພູຖານ, ສ້າງພື້ນຖານກອບນິຕິກຳທີ່ສະດວກໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມື ລະຫວ່າງສອງປະເທດເວົ້າລວມແລະຂົງເຂດການກວດສອບເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ