ທ່ານຮອງປະທານສະພາແຫ່ງຊາດອວງຈູລືວຢ້ຽມຢາມວິທະຍຸກະຈາຍສຽງຫວຽດນາມປະຈຳເຂດໄຕງວຽນ

ທ່ານຮອງປະທານສະພາແຫ່ງຊາດອວງຈູລືວຢ້ຽມຢາມວິທະຍຸກະຈາຍສຽງຫວຽດນາມປະຈຳເຂດໄຕງວຽນ - ảnh 1
ທ່າ​ນຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລື​ວ
ມອບຂອງຂວັນໃຫ້ແກ່ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​ປະຈຳ​
ເຂ​ດ​ໄຕ​ງວຽນ


(vovworld)- ​ຕອນ​ບ່າຍ​ວັນ​ທີ 6/8, ເນື່ອງ​ໃນ​ໂອ​ກາດ​ລົງ​ກວດກາ​ການ​ປະຕິ​ຮູບ​ຕຸລາການ​ຢູ່​ບັນດາ​ແຂວງ ​ໄຕ​ງວຽນ, ຄະນະ​ປະຕິບັດ​ງານ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ສູນ​ກາງ ​ໂດຍ​ທ່າ​ນຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລື​ວ ​ເປັນ​ຫົວຫນ້າ​ຄະນະ ​ໄດ້​ລົງ​ຢ້ຽມຢາມ​ພະນັກງານ, ລັດຖະກອນ ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​ປະຈຳ​ເຂ​ດ​ໄຕ​ງວຽນ. ນະ​ທີ່​ນີ້, ທ່າ​ນຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລື​ວ  ຖື​ວ່າ: ​ເລື່ອງ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ​ໄດ້​ອອກ​ອາກາດ​ລາຍການ​ກະຈາຍສຽງ​ ດ້ວຍ 6 ພາສາຊົນ​ເຜົ່າຢູ່​ເຂດ​ໄຕ​ງວຽນ ​ແມ່ນ​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ອັນ​ໃຫຍ່​ຫລວງ. ຫນ້າ​ທີ່​ຂອງ​​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​ປະຈຳ​ເຂ​ດ​ໄຕ​ງວຽນ​ຕ້ອງ​ເຜີຍ​ແຜ່​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ ​ເຖິງ​ຊາວ​ຊົນ​ເຜົ່າ, ​ເຊື່ອມ​ຕໍ່​ຂໍ້​ມູນ​ຂ່າວສານ​ຂອງ​ຜູ້​ຊົມ​ໂທລະພາບ, ຜູ້​ຟັງ​ວິທະຍຸ ກັບ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ​ເນັ້ນ​ຫນັກ​ວ່າ:​ວຽກ​ງານ​ຖະ​ແຫລ​ງຂ່າວ ຮັກສາ​ບົດບາດ​ສຳຄັນ. ປະຈຸ​ບັນ ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ​ໄດ້​ອອກ​ລາຍການ​ສະພາ​ແຫ່ງ​ຊາດ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ​ໄລຍະ​ຈະ​ມາ​ເຖິງ, ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ຮັບຜິດຊອບ​ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ​ຫວຽດນາມ ສະ​ນັ້ນ ພະນັກງານ​, ນັກ​ຂ່າວ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ​ເວົ້າ​ລວມ ​ແລະ ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ປະຈຳ​ເຂດ​ໄຕ​ງວຽນ ​ເວົ້າ​ສະ​ເພາະ ຄວນ​ກະກຽມທຸກ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ຢ່າງ​ລອບ​ຄອບ​ຖິ່ຖ້ວນ ​ເພື່ອ​ໃຫ້​ຊ່ອງ​ໂທລະພາບ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ອອກ​ສູ່ສາຍຕາປະຊາຊົນ ຈະ​ດຶງ​ດູດ​ຜູ້​ຊົມ​ເປັນ​ຈຳນວນ​ຫລວງຫລາຍ.

ຂ່າວ/ບົດ​ອື່ນ