ທ່ານເຈຶອງເຕີນຊາງ ເປັນປະທານວາລະປະຊຸມ ຄັ້ງທີ 10 ຄະນະຊີ້ນຳ ການປະຕິຮູບຕຸລະການ ສູນກາງ

ທ່ານເຈຶອງເຕີນຊາງ ເປັນປະທານວາລະປະຊຸມ ຄັ້ງທີ 10 ຄະນະຊີ້ນຳ ການປະຕິຮູບຕຸລະການ ສູນກາງ - ảnh 1

(ພາບ: vov.vn)

(vovworld)- ວັນ​ທີ 28/3, ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸ​ລະກາ​ນສູນ​ກາງ ​ໄດ້​ຈັດ​ວາລະ​ປະຊຸມ​ຄັ້ງທີ 10 ​ເພື່ອ​ແນ​ໃສ່​ປະກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ຂອງ​ຄະນະ​ຊີ້​ນຳ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທີ່​ວາລະ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຫຼາຍ​ເນື້ອ​ໃນ​ຂອງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແລະ ​ເນັ້ນໜັກ​ວ່າ ຮ່າງ​ລັດຖະທຳ​ມະນູນ​ໄດ້​ສືບ​ທອດ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 1992 ​ແລະ ລັດຖະທຳ​ມະນູນ​ສະບັບ​ກ່ອນ ຍັງ​ເໝາະ​ສົມ​ກັບ​ສະພາບ​ການ​ປະຈຸ​ບັນ. ບັນດາ​ຜູ້​ແທນ​ຢັນ​ຢັນວ່າ ລັດຖະທຳ​ມະນູນ​ແມ່ນ​ເອກະສານ​ກົດໝາຍ​ພື້ນຖານ, ​ເພື່ອ​ຮັບປະກັນ​ສິດ​ອຳນາດ​ຂອງ​ລັດ, ການ​ປະຕິບັດ​ສິດ​ອຳນາດ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ພົນລະ​ເມືອງ, ການ​ປົກ​ປ້ອງ​ລັດຖະທຳ​ມະນູນ​ແມ່ນ​ສິ່ງ​ແນ່ນອນ​ພາວະ​ວິ​ໄສ.

  ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ຫົວໜ້າຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸ​ລະກາ​ນສູນ​ກາງ ສະ​ເໜີ​ໃຫ້​ຄະນຊີ້​ນຳ ສົມທົບ​ກັບ​ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດ​ຊອບ ​ເຂົ້າຮ່ວມ​ການ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992. ພ້ອມ​ກັນນັ້ນ ຜູ້​ປະຈຳການ​ຄະນະ​ຊີ້​ນຳ ຮັບ​ເອົາ​ຄຳ​ເຫັນ​ບົນ​ຈິດ​ໃຈ​ເຂັ້ມງວດ, ວິທະຍາສາດ, ສືບ​ຕໍ່​ສ້າງ​ບົດ​ລາຍ​ງານ​ປະກອບ​ຄຳ​ເຫັນ​ຂອງ​ຄະນະ​ຊີ້​ນຳສຳ​ເລັດ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່ຄະນະ​ຮຽບຮຽງປັບປຸງຮ່າ​ງລັດຖະທຳ​ມະນູນ​ປີ 1992 ​ເພື່ອສ້າງ​ລັດຖະທຳ​ມະນູນ​ທີ່​ຕອບ​ສະໜອງ​ຕາມ​ຄວາມ​ມຸ້ງ​ຫວັງ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ.

 

 

ຂ່າວ/ບົດ​ອື່ນ