ທ່ານເລຂາການໃຫຍ່ຫງວຽນຟູ໋ຈ້ອງເຂົ້າຮ່ວມພິທີສະຫຼຸບຂອງສະພາທິດສະດີສູນກາງ

ທ່ານເລຂາການໃຫຍ່ຫງວຽນຟູ໋ຈ້ອງເຂົ້າຮ່ວມພິທີສະຫຼຸບຂອງສະພາທິດສະດີສູນກາງ - ảnh 1
ທ່ານ​ເລຂາ​ການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​
​ແລະ ​ຄະນະ​ປະຈຳ​ສະພາ​ທິດ​ສະ​ດີ​ສູນ​ກາງອາຍຸການ 2011 - 2015
(ພາບ: dangcongsan.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 31/12, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາ​ການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ສະພາ​ທິດ​ສະ​ດີ​ສູນ​ກາງ​ ກ່ຽວ​ກັບ​​ສະຫຼຸບ​ການ​ເຄື່ອນ​ໄຫວ​ປີ 2012 ​ແລະ ທິດ​ທາງ​ເຄື່ອນ​ໄຫວ​ໃນ​ປີ 2013. ທ່ານ​ເລຂາ​ການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ວ່າ​ກ້າວ​ເຂົ້າ​ສູ່​ປີ 2013, ສະພາ​ທິດ​ສະ​ດີ​ສູນ​ກາງຄວນ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ, ກຳ​ເໜ້ນບົດບາດ​ໜ້າ​ທີ່ ກໍ່​ຄື​ບັນດາ​ຂໍ້​ສະຫຼຸບ​ໃນ​ການ​ເຮັດ​ວຽກ​ກ່ອນ​ນັ້ນ.ຮັບປະກັນ​ຄວາມ​ກົມກຽວ​ລະຫວ່າງ​ການ​ຄົ້ນ​ຄ້ວາ​ກັບ​ການ​ປະຕິບັດ​ໜ້າ​ທີ່. ທ່ານ​ເລຂາ​ການ​ໃຫຍ່​ຫງວຽນ​ຟູ໋ຈ້ອງສະ​ເໜີ​ວ່າ, 6 ​ເດືອນ ​ເທື່ອ​ໜຶ່ງ, ສະພາ​ທິດ​ສະ​ດີ​ສູນ​ກາງ​ຈະ​ເຮັດ​ວຽກ ​ແລະ ລາຍ​ງານ​ກັບ​ທ່ານ​ເລຂາທິການ​ໃຫຍ່​ບັນດາ​ຜົນ​ຂອງ​ການ​ຄົ້ນ​ຄ້ວາ ​ເພື່ອ​ຮັບປະກັນ​ຖືກຕ້ອງ​ກັບ​ຄວາມ​ຄືບ​ໜ້າ, ຄຽງ​ຂ້າງ​ນັ້ນ​ແມ່ນ​ຍົກ​ສູງ​ຄຸນ​ນະພາ​ບການ​ກວດກາ​ຕີ​ລາຄາ​ບັນດາ​ບັນຫາ ​ເຊິ່ງສູນ​ກາງ ​ແລະ ກົມ​ການ​ເມືອງ​ໄດ້​ມອບ​ໃຫ້:

”ນີ້​ແມ່ນ​ການ​ກວດກາ​ຕີ​ລາຄາ​ທີ່​ມີ​ລັກສະນະ​ເອກະລາດ​ຂອງ​ສະພາ, ມີ​ລັກສະນະ​ການຈັດ​ຕັ້ງ ​ໃນ​ຖານະ​ແມ່ນ​ສະພາ​ທິດ​ສະ​ດີ​ສູນ​ກາງ, ຕີ​ກາສີ​ແດງ​ໃສ່, ປຶກສາ​ຫາລື​ລວມໝູ່ ​ແລະ ຮັບຜິດຊອບ. ນີ້​ແມ່ນ​ການ​ກວດກາ ຕີ​ລາຄາ​ທີ່​ມີ​ລັກສະນະ​ເອກະລາດ, ກັບ​ຄວາມ​ຮູ້​ຂອງ​ຕົນ. ຕ້ອງ​ກຳ​ແໜ້ນ​ແນວ​ຄິດ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ. ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄື​ແນວ​ໃດ, ກົມ​ການ​ເມືອງ​ຈະ​ມີ​ມະຕິ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ກັບ​ສາກົນ. ຕ້ອງ​ແຊກ​ຊືມນັບ​ແຕ່​ຫົວທີ, ມີ​ຄວາມ​ຮູ້​ຢ່າງ​ພຽງພໍ ຈຶ່ງ​ສາມາດ​ກວດກາ​ຕີ​ລາຄາ​ໄດ້”

ທ່ານ​ເລຂາ​ການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ ກໍ່​ສະ​ເໜີ​ໃຫ້​ສະພາ​ທິດ​ສະ​ດີ​ສູນ​ກາງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຄົ້ນ​ຄ້ວາ​ສາຍ​ພົວພັນ​ລະຫວ່າງ​​ແບບ​ວິທີ​ນຳພາ​ຂອງ​ພັກ​ກຳ​ອຳນາດ ​ແລະ ລັດ​ແຫ່ງ​ອຳນາດ​ນິຕິບັນ​ບັດ​ສັງຄົມ​ນິຍົມ; ຍູ້​ແຮງ​ການ​ຄົ້ນຄ້ວາ​ແນວ​ຄິດ​ປະທານ ​ໂຮ່ຈີ​ມິນ…. ທ່ານ​ເລຂາ​ການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ ຫວັງ​ວ່າ​ສະພາ​ທິດ​ສະ​ດີ​ສູນ​ກາງ​ຈະ​ມີ​ບາດກ້າວ​ບຸກທະລຸ​ໃໝ່​ກ່ຽວ​ກັບ​ທິດ​ສະ​ດີ​ໃນ​ອາຍຸ​ການ​ໃໝ່, ປະກອບສ່ວນ​ວາງ​ແຜນການ, ​ແນວທາງ, ໜູ່ນຊ່ວຍ​ພັກ ​ແລະ ລັກ.

ຂ່າວ/ບົດ​ອື່ນ