ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ້ອງ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ແຂວງ ອຽນບ໋າຍ

(VOVWORLD) -ວັນທີ 10 ກຸມພາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ້ອງໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ອົງຄະນະພັກ ແລະ ອຳນາດການປົກຄອງແຂວງ ອຽນບ໋າຍ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ້ອງ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ແຂວງ ອຽນບ໋າຍ - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ້ອງ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ແຂວງ ອຽນບ໋າຍ)

ໂດຍສະແດງຄວາມປະທັບໃຈຕໍ່ການພັດທະນາຂອງແຂວງອຽນບ໋າຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູ້ຈ້ອງໄດ້ແບ່ງປັນວ່າ ກ່ອນໜ້ານີ້ ຕົນເອງໄດ້ມີຫຼາຍໂອກາດໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອຽນບ໋າຍ, ເຫັນໄດ້ເຖິງຄວາມຫຍຸ້ງຍາກ, ລຳບາກຫຼາຍຢ່າງຂອງປະຊາຊົນຢູ່ທີ່ນີ້. ປັດຈຸບັນ, ໂສມໜ້າຂອງເຂດຕົວເມືອງ ແລະຊົນນະບົດໄດ້ມີການປ່ຽນແປງຢ່າງຈະແຈ້ງ. ນອກຈາກນີ້ ທ່ານຍັງສະແດງຄວາມເຊື່ອໝັ້ນວ່າ ບົນພື້ນຖານທີ່ພວມມີຢູ່ແລ້ວ, ພ້ອມກັບການໜູນຊ່ວຍຂອງສູນກາງ, ແຂວງອຽນບ໋າຍຈະມີບາດກ້າວພັດທະນາຢ່າງແຮງກວ່າອີກໃນເວລາຈະມາເຖິງ.

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູ້ອ້ອງ ກໍໄດ້ລົງຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ ຢູ່ທ້ອງຖິ່ນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ