ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກກັບຄະນະປະຈຳພັກແຂວງ ກວາງຈີ້

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ແຂວງ ກວາງຈີ້ ສືບຕໍ່ປະຕິບັດວຽກງານກໍ່ສ້າງພັກໃຫ້ເປັນຢ່າງດີ, ສ້າງລະບົບການເມືອງໃຫ້ກະທັດຮັດ, ປອດໃສ, ໝັ້ນຄົງເຂັ້ມແຂງ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກກັບຄະນະປະຈຳພັກແຂວງ ກວາງຈີ້  - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)

        ໂດຍສືບຕໍ່ລາຍການເຮັດວຽກຢູ່ແຂວງ ກວາງຈີ້, ຕອນບ່າຍວັນທີ 16 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຮັດວຽກກັບຄະນະປະຈຳແຂວງ ກວາງຈີ້ ກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ຕິດພັນກັບການພັດທະນາເສດຖະກິດ, ສັງຄົມ, ການຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ກໍ່ສ້າງພັກ ແລະ ລະບົບການເມືອງ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ແຂວງ ກວາງຈີ້ ສືບຕໍ່ປະຕິບັດວຽກງານກໍ່ສ້າງພັກໃຫ້ເປັນຢ່າງດີ, ສ້າງລະບົບການເມືອງໃຫ້ກະທັດຮັດ, ປອດໃສ, ໝັ້ນຄົງເຂັ້ມແຂງ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ. ທ່ານຖືວ່າ, ແຂວງ ກວາງຈີ້ ຕ້ອງເອົາໃຈໃສ່ລົງທຶນຢ່າງເໝາະສົມໃຫ້ແກ່ການສຶກສາ ແລະ ສາທາລະນະສຸກ, ຍົກສູງຄວາມຮູ້ ແລະ ສຸຂະພາບຂອງປະຊາຄົມ, ພັດທະນາວັດທະນະທຳ, ກິລາ.

        ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ໄດ້ພົບປະ, ມອບຂອງຂວັນ, ລະດົມກຳລັງໃຈແມ່ ຫວຽດນາມ ວິລະຊົນ, ທະຫານເຈັບປ່ວຍ, ເສຍອົງຄະ, ຄອບຄົວນະໂຍບາຍດີເດັ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ