ຫວຽດນາມຮຽກຮ້ອງຕ້ອງສ້າງຕັ້ງເວທີປາໄສທົ່ວໂລກເພື່ອແບ່ງປັນບົດຮຽນປະສົບການ ແລະ ຊຸກຍູ້ເຕັກໂນໂລຢີສີຂຽວ
(VOVWORLD) - ໃນລະຫວ່າງສອງວັນຄືວັນທີ 14 – 15 ຕຸລາ ຢູ່ສຳນັກງານ ສປຊ ທີ່ນະຄອນນິວຢອກ ອາເມລິກາ, ຄະນະກຳມະການກ່ຽວກັບບັນດາບັນຫາເສດຖະກິດ ແລະ ການເງິນຂອງ ສະມັດຊາໃຫຍ່ສປຊ ຊຸດທີ 77 ໄດ້ດຳເນີນວາລະປຶກສາຫາລືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ຊີວະນາໆພັນ.
ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ |
ທີ່ວາລະປຶກສາຫາລື, ບັນດາປະເທດໄດ້ສະແດງຄວາມວິຕົກກັງວົນຕໍ່ການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດສິ່ງແວດລ້ອມ ແລະ ເຮັດໃຫ້ຊີວະນາໆພັນອ່ອນໂຊມລົງ ເຊິ່ງກໍ່ຜົນກະທົບຢ່າງຫຍໍ້ທໍ້ຕໍ່ການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ; ຮຽກຮ້ອງປະຊາຄົມສາກົນເພີ່ມທະວີການພົວພັນຄູ່ຮ່ວມມື, ໜູນຊ່ວຍບັນດາປະເທດພວມພັດທະນາຮັບມືກັບບັນດາສິ່ງທ້າທາຍກ່ຽວກັບດິນຟ້າອາກາດ ແລະ ສິ່ງແວດລ້ອມໃນວິວັດການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG).
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ໃນສະພາບການກ່ວາ 80%ລະດັບຄາດໝາຍກ່ຽວກັບການພັດທະນາແບບຍືນຍົງພວມໄດ້ປະຕິບັດຢ່າງຊັກຊ້າ, ບັນດາປະເທດຄວນມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາຢູ່ກອງປະຊຸມສຸດຍອດ SDG (2023) ແລະ ກອງປະຊຸມສຸດຍອດອະນາຄົດ (2024) ຢ່າງຄົບຖ້ວນ ເພື່ອນຳການຜັນຂະຫຍາຍໂຄງການດຳເນີນງານ 2030 ກັບຄືນສູ່ແຜນການທີ່ໄດ້ວາງອອກ.