ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພົບປະກັບຄະນະຜູ້ແທນທີ່ໄດ້ຮັບລາງວັນ ວື່ອາຢິງ
(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…
ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພົບປະກັບຄະນະຜູ້ແທນທີ່ໄດ້ຮັບລາງວັນ ວື່ອາຢິງ |
ຕອນບ່າຍວັນທີ 16 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ພົບປະກັບໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ຮັບການລາງວັນ ວື່ອາຢິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງກອງທຶນການສຶກສາ ວື່ອາຢິງ, 15 ປີແຫ່ງວັນຈັດການມອບລາງວັນ ວື່ອາຢິງ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…ນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງມາໃຫ້ພໍ່ແມ່ປະຊາຊົນເຂດພູດອຍ ແລະ ທະເລໝູ່ເກາະ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີວ່າ:
ບັນດາໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ຮັບລາງວັນ ຈົ່ງເສີມຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້, ສືບຕໍ່ປະກອບສ່ວນເຫື່ອແຮງ, ພູມປັນຍາຢ່າງຕັ້ງໜ້າ ເຂົ້າໃນການກໍ່ສ້າງໝູ່ບ້ານ, ບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບສວຍງາມ. ຂ້າພະເຈົ້າສະເໜີ ຊາວໜຸ່ມສູນກາງສືບຕໍ່ເອົາໃຈໃສ່ຊີ້ນຳ, ສ້າງເງື່ອນໄຂເພື່ອໃຫ້ກອງທຶນການສຶກສາ ວື່ອາຢິງ ແຜ່ຂະຫຍາຍ ຈິດໃຈສາມັກຄີ, ແບ່ງປັນ, ຮັກແພງເຊິ່ງກັນແລະກັນຢ່າງແຮງ; ປະກອບສ່ວນສ້າງແຫຼ່ງບຸກຄະລາກອນໜຸ່ມທີ່ມີຄຸນນະພາບສູງ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປະຕິບັດພາລະກິດແຫ່ງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.