ທ່ານ​ເລຂາທິການ​ໃຫຍ່ ສປຊ ກ່າວ​ເຕືອນ​​ເຖິງຄວາມ​ເຄັ່ງ​ຕຶງ ລະຫວ່າງ ອາ​ເມ​ລິ​ກາ - ຈີນ ວ່າ ອາດ​ຈະ​​ແບ່ງ​ໂລກ​ອອກ​ເປັນ 2 ກຸ່ມ

(VOVWORLD) -  ໃນບົດກ່າວປາໄສໃນວັນທີ 18 ສິງຫາ, ທ່ານເລຂາທິການໃຫຍ່, ສປຊ Antonio Guterres ໄດ້ກ່າວເຕືອນເຖິງຄວາມເຄັ່ງຕຶງລະຫວ່າງ ອາເມລິກາ - ຈີນວ່າ ອາດຈະແບ່ງໂລກອອກເປັນ 2 ກຸ່ມ.

        ທ່ານ Antonio Guterres ຊີ້ແຈ້ງວ່າ ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ຍັງບໍ່ຖືກຕິດຂັດຄືໃນປັດຈຸບັນມາກ່ອນ ແລະ ຄວາມບໍ່ລົງລອຍກັນທາງດ້ານເສດຖະກິດລະຫວ່າງສອງປະເທດຈະເຮັດໃຫ້ໂລກກາຍເປັນສອງກຸ່ມດ້ວຍສອງສະກຸນເງິນຫຼັກແຫຼ່ງ, ສອງກົດການຄ້າ, ສອງເຄືອຂ່າຍອິນເຕີແນັດທີ່ແຕກຕ່າງກັນ, 2 ຍຸດທະສາດກ່ຽວກັບພູມປັນຍາທຽມອັດສະລິຍະ ແລະ ສອງຍຸດທະສາດດ້ານການທະຫານ ແລະ ພູມສາດຍຸດທະສາດທີ່ແຕກຕ່າງກັນ. ສິ່ງດັ່ງກ່າວ ຈະແມ່ນຄວາມສ່ຽງອັນໃຫຍ່ຫຼວງສໍາລັບ ໂລກ.

ຟ້າມຮວັນ - ນັກຂ່າວ VOV ປະຈໍາ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ