ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງຊີຮີ ປະຕິບັດແຜນການ ສັນຕິພາບໂດຍໄວ.
ທ່ານເລຂາທິການໃຫຍ່ ສປຊ Ban Ki moon
( ພາບ: btv.org.vn )
(vovworld) - ວັນທີ 28/3, ທ່ານເລຂາທິການໃຫຍ່ ສປຊ Ban Ki moon ໄດ້ຮຽກຮ້ອງໃຫ້ປະທານາທິບໍດີຊີຮີ Bashar Al Assad ປະຕິບັດແຜນການສັນຕິພາບລວມມີ 6 ຂໍ້ ໂດຍທູດພິເສດຮ່ວມຂອງ ສປຊ ແລະສະຫະພັນອາຮັບ (AL) ທ່ານ Kofi Annan ສະເໜີໂດຍໄວ. ໃນຂະນະນັ້ນ, ວໍຊິງຕັນ ສືບຕໍ່ກໍ່ຄວາມດັນກັບ Damascus. ກະຊວງການຕ່າງປະເທດອາເມລິກາ ໄດ້ກ່າວຫາວ່າ, ທ່ານປະທານາທິບໍດີ Assad ບໍ່ປະຕິບັດຄຳໝັ້ນສັນຍາເຄົາລົບແຜນການສັນຕິພາບຂອງ ສປຊ ແລະ AL ຍ້ອນບໍ່ມີບາດກ້າວອັນຈຳເປັນເພື່ອປະຕິບັດແຜນການສັນຕິພາບ. ມີສະມາຊິກສະພາສູງອາເມລິກາ ກຸ່ມໜຶ່ງຫາກໍ່ຍື່ນສະເໜີຕໍ່ສະພາສູງອາເມລິກາ ຮ່າງມະຕິກ່າວປະນາມອຳນາດການປົກຄອງຂອງປະທານາທິບໍດີຊີຮີ ແລະຮຽກຮ້ອງປະກອບອາວຸດໃຫ້ແກ່ຝ່າຍຄ້ານຢູ່ປະເທດນີ້. ເຖິງຢ່າງໃດກໍ່ຕາມ, ທຳນຽບຂາວພັດຢັ້ງຢືນວ່າ, ປະຈຸບັນຢູ່ວໍຊິງຕັນຍັງບໍ່ທັນມີແຜນການໜູນຊ່ວຍກຳລັງອາວຸດໃຫ້ກຳລັງຝ່າຍຄ້ານຢູ່ຊີຮີ ເທື່ອ.