ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ ວິຕົກກັງວົນຕໍ່ຄວາມເຄັ່ງຕຶງປີນຂັ້ນໄດຢູ່ ຊີຣີ

(VOVWORLD) - ວັນທີ 10 ກຸມພາ. ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ຮຽກຮ້ອງໃຫ້ຫລຸດຜ່ອນຄວາມເຄັ່ງຕຶງທີ່ພວມປີນຂັ້ນໄດຢູ່ ຊີຣີ ໃນທັນທີ
ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ ວິຕົກກັງວົນຕໍ່ຄວາມເຄັ່ງຕຶງປີນຂັ້ນໄດຢູ່ ຊີຣີ - ảnh 1

ພາບປະກອບ / AFP/TTXVN

ພາຍຫລັງກອງທັບອາກາດ ອິດສະຣາແອນ ດຳເນີນບັນດາການບຸກໂຈມຕີທາງອາກາດຄັ້ງໃໝ່ໃນເຂດນ່ານຟ້າ ຊີຣີ. ໃນຖະແຫຼງການສະບັບໜຶ່ງ, ໂຄສົກຂອງສະຫະປະຊາຊາດ ທ່ານ Stephane Dujarric ໃຫ້ຮູ້ວ່າ: ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Guterres ພວມຕິດຕາມຄວາມປີນຂັ້ນໄດດ້ານການທະຫານໃນທົ່ວປະເທດ ຊີຣີ ແລະ ບັນດາສັນຍານທີ່ອັນຕະລາຍແຜ່ຂະຫຍາຍລ້ຽບຕາມຊາຍແດນປະເທດນີ້ຢ່າງໃກ້ຊິດ. ອິດສະຣາແອນ ໃຫ້ຮູ້ວ່າ: ປະເທດນີ້ ໄດ້ບຸກໂຈມຕີໃສ່ “ບັນດາທີ່ຕັ້ງຂອງ ອີຣານ” ໃນຜືນແຜ່ນດິນ ຊີຣີ ພາຍຫລັງເຮືອບິນສູ້ຮົບຂອງ ອິດສະລາແອນ ຖືກບັນດາກຳລັງປ້ອງກັນອາກາດ ຊີຣີ ຍິງຕົກ.

ຕອບກັບ

ຂ່າວ/ບົດ​ອື່ນ