ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ມີຄວາມໝາຍສຳຄັນ, ປະກອບສ່ວນປັບປຸງ ແລະ ສ້າງຂີດໝາຍໃໝ່ໃນການພົວພັນ ຫວຽດນາມ - ກຳປູເຈຍ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ, ຮອງປະທານພັກປະຊາຊົນ ກຳປູເຈຍ Hun Manet)

        ຕອນບ່າຍວັນທີ 11 ທັນວາ, ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງລາຊະອານາຈັກ ກຳປູເຈຍ ໂດຍທ່ານນາຍົກລັດຖະມົນຕີ, ຮອງປະທານພັກປະຊາຊົນ ກຳປູເຈຍ (CPP) Hun Manet ນຳໜ້າ, ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ມີຄວາມໝາຍສຳຄັນ, ປະກອບສ່ວນປັບປຸງ ແລະ ສ້າງຂີດໝາຍໃໝ່ໃນການພົວພັນ ຫວຽດນາມ - ກຳປູເຈຍ. ທ່ານເລຂາທິການໃຫຍ່ສະເໜີໃຫ້ 2 ຝ່າຍຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເປັນເອກະພາບກັນແລ້ວລະຫວ່າງການນຳຂັ້ນສູງຂອງ 2 ພັກ, ຂໍ້ຕົກລົງຮ່ວມມືທີ່ກອງປະຊຸມຄັ້ງທີ 20 ຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ໃຫ້ບັນລຸປະສິດທິຜົນ, ໃນນັ້ນເນັ້ນໜັກເຖິງເລື່ອງ ລັດຖະບານ 2 ປະເທດຕ້ອງຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຍູ້ແຮງການຮ່ວມມື, ແບ່ງປັນບົດຮຽນ, ສ້າງຂອດບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ປັບປຸງເສົາຄ້ຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ.

        ສ່ວນທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ເນັ້ນໜັກວ່າ, ກຳປູເຈຍ ຈະພ້ອມກັບ ຫວຽດນາມ ປົກປັັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນລະຫວ່າງ 2 ປະເທດ ໃຫ້ສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່. ທ່ານຢືນຢັນວ່າ, ກຳປູເຈຍ ຈະສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນໃນການຜັນຂະຫຍາຍປະຕິບັດບັນດາສັນຍາ, ສົນທິສັນຍາ, ຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດໃຫ້ບັນລຸປະສິດທິຜົນ, ກໍຄືລະຫວ່າງ 3 ພັກຂອງ 3 ປະເທດ ຫວຽດນາມ - ກຳປູເຈຍ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ