ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ສູ້​ຊົນ​ຄວບ​ຄຸມ​ໂລ​ກ​ລະ​ບາດ​​ໃຫ້ໄດ້​ໂດຍ​ພື້​ນ​ຖານ ເພື່​ອ​ຟື້ນ​ຟູ​, ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) -ຄະນະບໍລິຫານງານສູນກາງພັກ ໄດ້ປະກອບຄຳເຫັນ ແລະ ໄຈ້ແຍກຢ່າງເລິກເຊິງກ່ຽວກັບສະພາບການຂອງປະເທດຊາດໃນປີ 2021 ໂດຍສະເພາະແມ່ນໃນສະພາບການໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການພັດທະນາເສດຖະກິດ - ສັງຄົມ ແລະ ສຸຂະພາບຂອງປະຊາຊົນ. ຄະນະບໍລິຫານງານສູນກາງພັກ ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ຄວາມມານະພະຍາຍາມ, ການປະກອບສ່ວນຢ່າງໃຫຍ່ຫຼວງຂອງພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ, ຂໍສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຢ່າງມີປະສິດທິຜົນຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນໃນການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ສູ້​ຊົນ​ຄວບ​ຄຸມ​ໂລ​ກ​ລະ​ບາດ​​ໃຫ້ໄດ້​ໂດຍ​ພື້​ນ​ຖານ ເພື່​ອ​ຟື້ນ​ຟູ​, ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1   ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນອັດກອງປະຊຸມ 

ພາຍຫຼັງເຮັດວຽກມາເປັນເວລາ 3 ມື້ເຄິ່ງ, ຕອນບ່າຍວັນທີ 7 ຕຸລາ, ກອງປະຊຸມຄັ້ງທີ 4, ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ XIII      ຖືກອັດລົງດ້ວຍບັນດາເນື້ອໃນລາຍການດໍາເນີນງານສຳຄັນໄດ້ວາງອອກ. ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ ຕ້ອງປ່ຽນແປງໃໝ່ຈິນຕະນາການກ່ຽວກັບການປ້ອງກັນ, ຕ້ານໂລກລະບາດເພື່ອສ້າງແບບວິທີພັດທະນາເສດຖະກິດ - ສັງຄົມໃຫ້ເໝາະສົມ, ເຮັດແຈ້ງບາງເນື້ອໃນ ແລະ ສັງລວມຄືນໝາກຜົນຕົ້ນຕໍ ເຊິ່ງກອງປະຊຸມບັນລຸໄດ້.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ, ຄະນະບໍລິຫານງານສູນກາງພັກ ໄດ້ປະກອບຄຳເຫັນ ແລະ ໄຈ້ແຍກຢ່າງເລິກເຊິງກ່ຽວກັບສະພາບການຂອງປະເທດຊາດໃນປີ 2021 ໂດຍສະເພາະແມ່ນໃນສະພາບການໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການພັດທະນາເສດຖະກິດ - ສັງຄົມ ແລະ ສຸຂະພາບຂອງປະຊາຊົນ. ຄະນະບໍລິຫານງານສູນກາງພັກ ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ຄວາມມານະພະຍາຍາມ, ການປະກອບສ່ວນຢ່າງໃຫຍ່ຫຼວງຂອງພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ, ຂໍສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຢ່າງມີປະສິດທິຜົນຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນໃນການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19.

        ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ, ໃນຊຸມເດືອນທ້າຍປີ 2021, ຕ້ອງສ້າງ ແລະ ຈັດຕັ້ງປະຕິບັດວິທີ, ແຜນການລະອຽດຢ່າງຮີບດ່ວນ, ໃກ້ຊິດຕິດແທດກັບສະພາບການຕົວຈິງໃນປັດຈຸບັນກວ່າ ແລະ ມີຄວາມເປັນໄປໄດ້ສູງ ເພື່ອສືບຕໍ່ສຸມໃສ່ໃຫ້ບຸລິມະສິດແກ່ການປ້ອງກັນ, ຕ້ານໂລກລະບາດ ແລະ ແກ້ໄຂຜົນສະທ້ອນຈາກໂລກລະບາດໃຫ້ມີປະສິດທິຜົນ; ສູ້ຊົນຄວບຄຸມໂລກລະບາດໃນທົ່ວປະເທດໃຫ້ໄດ້ໂດຍພື້ນຖານໃນໄລຍະໄວທີ່ສຸດ ເພື່ອຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ.

        “ຈາກບົດຮຽນປະສົບການຢູ່ພາຍໃນປະເທດ ແລະ ສາກົນ ທີ່ຖອດຖອນມາໄດ້ໃນໄລຍະຜ່ານມາ ແມ່ນຕ້ອງປ່ຽນແປງໃໝ່ຈິນຕະນາການ, ມີຄວາມຮັບຮູ້ຢ່າງຖືກຕ້ອງກວ່າກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ, ຄວບຄຸມໂລກລະບາດ ຕິດພັນກັບການຮັກສາ, ຟື້ນຟູ, ພັດທະນາການຜະລິດ, ດຳເນີນທຸລະກິດເພື່ອສ້າງວິທີການທີ່ເໝາະສົມ ແລ້ວເອົາເຂົ້າໃນແຜນການພັດທະນາເສດຖະກິດ - ສັງຄົມ, ການເງິນ - ງົບປະມານແຫ່ງລັດ, ການລົງທຶນພາກລັດປີ 2022 ເຮັດແນວໃດ ເພື່ອໃຫ້ແທດເໝາະ ແລະ ມີຄວາມເປັນໄປໄດ້ສູງທີ່ສຸດ”.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ສູ້​ຊົນ​ຄວບ​ຄຸມ​ໂລ​ກ​ລະ​ບາດ​​ໃຫ້ໄດ້​ໂດຍ​ພື້​ນ​ຖານ ເພື່​ອ​ຟື້ນ​ຟູ​, ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ - ảnh 2ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ກ່ຽວກັບເນື້ອໃນການກໍ່ສ້າງ, ປັບປຸງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ສູນກາງພັກ ໄດ້ເປີດກວ້າງຂອບຂະໜາດ, ບໍ່ພຽງແຕ່ໃນຂົງເຂດການກໍ່ສ້າງ, ປັບປຸງພັກເທົ່ານັ້ນ ຫາກຍັງລວມໄປເຖິງການກໍ່ສ້າງລະບົບການເມືອງອີກດ້ວຍ.

        ກອງປະຊຸມສູນກາງພັກຄັ້ງທີ 4 ນີ້, ກໍເປັນເອກະພາບປະກາດໃຊ້ຂໍ້ກຳນົດໃໝ່ກ່ຽວກັບຂໍ້ຫ້າມຂອງສະມາຊິກພັກ; ຖືນີ້ແມ່ນບ່ອນອີງ, ແມ່ນພື້ນຖານສຳຄັນເພື່ອພິຈາລະນາ, ປັບໄໝລົງໂທດການລະເມີດຂອງພະນັກງານ, ສະມາຊິກພັກ.

ຕອບກັບ

ຂ່າວ/ບົດ​ອື່ນ