ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບປະທານຄະນະກຳມະການປົກປ້ອງປະຕິວັດ ກູບາ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບປະທານຄະນະກຳມະການປົກປ້ອງປະຕິວັດ ກູບາ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບທ່ານ Caclot Raphaen
ປະທານ​ຄະນະ​ກຳມະການປົກ​ປ້ອງ​ປະຕິວັດ ກູບ​າ(ພາບ:vtvcantho.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 17/2, ທ່ານ​ເລ​ຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Caclot Raphaen Miranda Mactinet ປະທານ​ຄະນະ​ກຳມະການປົກ​ປ້ອງ​ປະຕິວັດ ກູບ​າ ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ Caclot Raphaen Miranda ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ບັນດາ​ອາລົມ​ຈິດ, ການ​ສະຫນັບສະຫນູນ, ການ​ຊ່ວຍ​ເຫລືອ​ອັນ​ລ້ຳ​ຄ່າ ຊຶ່ງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ແລະ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຍາມ​​ໃດ​ກໍ​ສະຫງວນ​ໃຫ້​ແກ່​ປະຊາຊົນ ກູ​ບາ, ສະ​ແດງ​ຄວາມ​​ເຄົາລົບ​ນັບຖື ​ແລະ ອວຍພອນ​ບັນດາ​ຜົນງານ​ອັນ​ໃຫຍ່​ຫລວງ ຊຶ່ງ​ພັກ ​ແລະ ປະຊາຊົນ​ຫວຽດນາມ ຍາດ​ມາ​ໄດ້​ໃນ​ພາລະກິດ​ປ່ຽນ​ແປງ​ໃຫມ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ຕີ​ລາຄາ​ສູງ​ບົດບາດ​ຂອງຄະນະ​ກຳມະການ ປົກ​ປ້ອງ​ປະຕິວັດ ກູບ​າ ​ໃນ​ການ​ເຕົ້າ​ໂຮມ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ລະບອບ​ສັງຄົມ​ນິຍົມ​ຢ່າງ​ໝັ້ນ​ແກ່ນ ​ແລະ ບັນດາ​ຜົນງານ​ຂອງ​ການ​ປະຕິວັດ, ຂອບ​ອົກ​ຂອບ​ໃຈ​ການ​ສະຫນັບສະຫນູນ​ອັນ​ໃຫຍ່​ຫລວງ ​ແລະ ອາລົມ​ຈິດ​ບໍລິສຸດ​ຜຸດ​ຜ່ອງ ຊຶ່ງ​ພັກ ​ແລະ ປະຊາຊົນ ກູ​ບາ ສະຫງວນ​​ໃຫ້​ແກ່​ປະຊາຊົນ​ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແຈ້ງ​ໃຫ້​ທ່ານ Caclot ຮັບ​ຊາບ ​ກ່ຽວ​ກັບສະພາບ​ການ​ຢູ່​ຫວຽດນາມ ​ໃນ​ປະຈຸ​ບັນ, ກ່ຽວ​ກັບ​ເນື້ອ​ໃນ​ກອງ​ປະຊຸມ​ ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ຄັ້ງ​ທີ 4 ​ແລະ ຢືນຢັນ​ເຖິງ ຄວາມ​ສາມັກຄີ​ສະ​ເໝີ​ຕົ້ນສະເໝີ​ປາຍ,  ແລະ ຄວາມ​ຕັດສິນ​ໃຈ​ເພີ່ມ​ທະວີ​ການປັບປຸງ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ, ນຳ​ການ​ພົວພັນ​ຫວຽດນາມ ກູ​ບາ ​ກ້າວເຂົ້າ​ສູ່​ລວງ​ເລີກ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ