ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມ ແລະ ອວຍພອນປີໃໝ່ ລາວ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມ ແລະ ອວຍພອນປີໃໝ່ ລາວ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງອວຍ​ພອນ​ປີ​ໃໝ່​
ທ່ານ​ອະດີດ​ປະທານ​ພັກ, ອະດີດ​ປະທານ​ປະ​ເທດ ຄຳ​ໄຕ ສີ​ພັນ​ດອນ)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດສປປລາວ ຈຸມມະ​ລີ ​ໄຊ​ຍະ​ສອນ ​ແລະ ພັນ​ລະ​ຍາ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ພ້ອມ​ກັບພັນ​ລະ​ຍາ ​ແລະ​ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​​ໄດ້ໄປຢ້ຽມຢາມ ​ແລະ ອວຍພອນ​ບຸນປີ​ໃໝ່ບັນດາ​ການ​ນຳ ​ແລ​ະ ປະຊາຊົນ​ລາວ ​ໃນ​ລະຫວ່າງ​ວັນ​ທີ 12 – 13/04. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ລາວ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ແລະ ພັນ​ລະ​ຍາ​ໄດ້​​ມາ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈຸມມະ​ລີ ​ໄຊ​ຍະ​ສອນ ​ແລະ ພັນ​ລະ​ຍາ​ຢູ່​ແຂວງ ອັດ​ຕະປື; ຢ້ຽມຢາມ ​ແລະ ອວຍ​ພອນ​ປີ​ໃໝ່​ທ່ານ​ອະດີດ​ປະທານ​ພັກ, ອະດີດ​ປະທານ​ປະ​ເທດ ຄຳ​ໄຕ ສີ​ພັນ​ດອນ ຢູ່​ແຂວງ​ຈຳ​ປະ​ສັກ; ພົບ​ປະ ​ແລ​ະ ​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ​ປີ​ໃໝ່​ກັບ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ອັດ​ຕະປື, ​ແຂວງ ຈຳ​ປະ​ສັກ; ພົບ​ປະ​ກັບ​ພະນັກງານ​ກົງ​ສູນ​​ໃຫຍ່​ຫວຽດນາມ ​ແລະ ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ບັນດາ​ແຂວງ​ທາງ​ພາກ​ໃຕ້​ຂອງ​ລາວ; ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ທີ່​ພວມ​ລົງທຶນ​ຢູ່​ທາງ​ພາກ​ໃຕ້ລາວ; ຢ້ຽມຢາມ​ບາງ​ຮາກ​ຖານ​ເສດຖະກິດ, ວັດທະນະທຳ​ຂອງ​ແຂວງ​ອັດ​ຕະປື ​ແລະ ​ແຂວງ​ຈຳ​ປະ​ສັກ.

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມ ແລະ ອວຍພອນປີໃໝ່ ລາວ - ảnh 2
(ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ອວຍພອນ​ປີ​ໃໝ່
ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈຸມມະ​ລີ ​ໄຊ​ຍະ​ສອນ)


ທີ່ການ​ພົບ​ປະຕ່າງໆ, ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ​ໄດ້​ອວຍພອນ​ການ​ນຳ​ພັກ, ລັດ ​ແລະ ປະຊາຊົນ​ລາວ ​ເວົ້າ​ລວມ, ກໍ່​ຄື​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ແຂ​ວງອັດ​ຕະປື ​ແລະ ຈຳ​ປະ​ສັກ ​ເວົ້າ​ສະ​ເພາະ​ບັນດາ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ເນື່ອງ​ໃນ​ໂອກາດ​ບູນປີ​ໃໝ່​ຂອງ​ຊາດ. ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ ສະ​ແດງ​ຄວາມ​ປິ​ຕິຊົມ​ຊື່ນ​ຕໍ່​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ - ລາວ ​ນັບມື້​ນັບ​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ, ປະກອບສ່ວນຢ່າງຕັ້ງໜ້າ​ເຂົ້າ​ໃນ​ພາລະກິດປ່ຽນ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຂອງ​ແຕ່​ລະ​ປະ​ເທດ​. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດລາວ ຈູມ​ມະ​ລີ​ໄຊ​ຍະ​ສອນ ຢືນຢັນ​ວ່າ, 2 ປະ​ເທດ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຮັກສາ, ​ເພີ່ມ​ພູນ​ຄຸນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ລາວ - ຫວຽດນາມ ​ໃຫ້​ສວຍ​ສົດ​ງົດ​ງາມ, ໝັ້ນ​ຄົງຂະນົງ​ແກ່ນ​ຕະຫຼອດ​ໄປ.

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມ ແລະ ອວຍພອນປີໃໝ່ ລາວ - ảnh 3
(ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ
ພົບ​ປະ​ກັບ​ພະນັກງານ​ກົງ​ສູນ​ໃຫຍ່ສະຖານທູ​ດຫວຽດນາມ ປະຈຳ​ລາວ)


​ໃນ​ການ​ພົບ​ປະ​ກັບ​ພະນັກງານ​ກົງ​ສູນ​ໃຫຍ່ສະຖານທູ​ດຫວຽດນາມ ປະຈຳ​ລາວ, ຜູ້​ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ 4 ​ແຂວງ​ພາກ​ໃຕ້​ຂອງ​ລາວ ​ແລະ ບັນດາ​ວິ​ສາ​ຫະກິດ​ທີ່​ພວມ​ລົງທຶນ​ຢູ່​ພາກ​ໃຕ້​ຂອງ​ລາວ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ຕີ​ລາຄາ​ສູງ ​ແລະ ຍ້ອງຍໍ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງການ​ຕ່າງ​ໜ້າ​ຫວຽດນາມ ປະຈຳ​ລາວ ​ໄດ້​ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປັບ​ປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ສາມັກ​ຄິ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ - ລາວ ​ແລະ ປາດ​ຖະໜາ​ວ່າ, ກົງ​ສູນ​ໃຫຍ່​ສະຖານທູ​ດຫວຽດນາມ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດເປັນ​ຂົວ​​ຕໍ່​ທີ່ສຳຄັນ​ ​ຊ່ວຍ​ໃຫ້​ບັນດາ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ, ບົດຮຽນ, ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ, ຊ່ວຍ​ເຫຼືອ​ຊິ່ງກັນ ​ແລະ ກັນ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ ​ແລະ ຮໍ່າຮຽນ​ຢູ່​ບັນດາ​ແຂວງ​ທາງ​ພາກ​ໃຕ້​ຂອງລາວ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ