ໂດຍຮັບຄຳເຊີນຂອງພະມະຫາກະສັດແຫ່ງລາຊະອານາຈັກ ກຳປູເຈຍ ໂນໂຣດົມ ສີຫາໂມນີ, ຕອນເຊົ້າວັນທີ 6/12 ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ເດີນທາງເຖິງນະຄອນຫລວງ ພະນົມເປັນ ຢ້ຽມຢາມສັນຖະວະໄມຕີທາງລັດຖະກິດເຖິງລາຊະອານາຈັກກຳປູເຈຍ. ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຖືກຈັດຂຶ້ນຢ່າງສົມກຽດຢູ່ລາຊະວັງ. ພາຍຫລັງພິທີຕ້ອນຮັບ, ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ໄດ້ມີການເຈລະຈາກັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ. ທີ່ການເຈລະຈາ, ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ອວຍພອນບັນດາຜົນງານອັນໃຫຍ່ຫລວງ, ມີຄວາມໝາຍປະຫວັດສາດ ຊຶ່ງປະຊາຊົນຫວຽດນາມຍາດມາໄດ້ໃນກິດຈະການປ່ຽນແປງໃຫມ່, ສ້າງສາປະເທດຊາດ ແລະ ເປີດກວ້າງການຮ່ວມມືສາກົນ. ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງທີ່ມີຕໍ່ການສະຫນັບສະຫນູນ ແລະ ການຊ່ວຍເຫລືອອັນລ້ຳຄ່າ ຊຶ່ງພັກກອມມູນິດຫວຽດນາມ, ລັດຖະບານ ແລະ ປະຊາຊົນຫວຽດນາມ ສະຫງວນໃຫ້ແກ່ປະຊາຊົນກຳປູເຈຍໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ຟື້ນຟູ ແລະ ພັດທະນາປະເທດຊາດ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢືນຢັນແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ບູລິມະສິດຕົ້ນຕໍໃຫ້ແກ່ການຮັກສາ ແລະ ພັດທະນາສາຍພົວພັນບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ,ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ເພື່ອເອກະລາດ, ເສລິພາບ ແລະ ຄວາມຜາສຸກຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ມີການພົບປະກັບທ່ານປະທານສະພາສູງ ສຳເດັດ ເຈຍຊີມ, ພົບປະກັບນາຍົກລັດຖະມົນຕີ ກຳປູເຈຍ ສຳເດັດ ຮູນແຊນ ແລະ ພົບປະກັບຜູ້ຮັກສາການປະທານສະພາແຫ່ງຊາດ ມູນແຍນ.
ນັກຂ່າວວິທະຍຸກະຈາຍສຽງຫວຽດນາມປະຈຳ ກຳປູເຈຍ ລາຍງານວ່າ: ເນື່ອງໃນໂອກາດການຢ້ຽມຢາມກຳປູເຈຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ, ຫນັງສືພິມລາຍວັນໃຫຍ່ສຸດຢູ່ ກຳປູເຈຍ ສະບັບອອກໃນວັນທີ 6/12 ໄດ້ລົງພິມໃນຫນ້າທຳອິດບົດຂຽນທີ່ມີຫົວຂໍ້ວ່າ: ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແມ່ນການຊຸກຍູ້ການພົວພັນລະຫວ່າງ ສອງປະເທດ ກຳປູເຈຍ ແລະ ຫວຽດນາມ.