ທ່ານເລຂາທິການໃຫຍ່ ຫງວຽນຟ໋ຈອງ ເຮັດວຽກກັບຄະນະພົວພັນຕ່າງປະເທດສູນກາງພັກ

ທ່ານເລຂາທິການໃຫຍ່ ຫງວຽນຟ໋ຈອງ ເຮັດວຽກກັບຄະນະພົວພັນຕ່າງປະເທດສູນກາງພັກ - ảnh 1
( ພາບ : http://baodientu.chinhphu.vn)

ຕອນ​ເຊົ້າ​ວັນ​ທີ 23 ທັນວາ, ທ່ານ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟ໋ຈອງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ພົວພັນ​ຕ່າງປະ​ເທດສູນ​ກາງ​ພັກກ່ຽວ​ກັບ​ສະພາບ​ກາ​ນປະຕິບັດ​ໜ້າ​ທີ່​ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​, ບັນດາ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງພັກ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

ກ່າ​ວຄຳ​ເຫັນ​ໃນ​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟ໋ຈອງ ໄດ້​ເໜັນ​ໜັກ​ວ່າ " ໜ້າ​ທີ່ຂອງ​ວຽກງານ​ການ​ຕ່າງປະ​ເທດ​ຍາມ​ໃດ​ກໍ່​ຕ້ອງຕິດ​ພັນ​ກັບ​ວຽກງານພາຍ​ໃນ​ປະ​ເທດຢ່າງ​ແໜ້ນ​ແຟ້ນ, ບໍ່ອາດ​​​ຕັດ​ແຍກອອກ​ຈາກ​ກັນ​​ໄດ້ ". ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟ໋ຈອງ  ​ເນັ້ນ​ໜັກ​ວ່າ.

“ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ຈົ່ງສືບ​ຕໍ່​ຄົ້ນ​ຄ້ວາ, ຊາບ​ຊືມມະຕິ​ຂອງ​ກອງ​ປະ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກຢ່າງ​​ເລີກ​ເຊິ່ງ. ການ​ພົວພັນ​ກັບ​ຕ່າງປະ​ເທດ​ສາມາດຍົກ​ສູງ​ການ​ພົວພັນ​ພາຍ​ໃນ​ປະ​ເທດ ​ແລະ 2 ບັນຫາ​ນີ້​ໄດ້​ເພີ່ມ​ເຕີ່ມ​ໃຫ້​ແກ່​ກັນ, ບໍ່​ອາດຕັດ​ແຍກ​ອອກ​ຈາກ​ກັນໄດ້. ​ເພາະສະ​ນັ້ນ​ຕ້ອງ​ກຳ​​ແໜ້ນແນວທາງ​ການຕ່າງປະ​ເທດ​ຂອງ ຫວຽ​ດນາມ. ​ຫຼ້າ​ສຸດ​ແມ່ນການ​ເຊື່ອມ​ໂຍງ​ຢ່າງຮອບດ້ານ, ຜັນ​ຂະຫຍາຍປະຕິບັດ 6 ບົດຮຽນ, 9 ໜ້າ​ທີ່ ​ເຊິ່ງກອງ​ປະຊຸມ​ທົ່ວ​ປະ​ເທດ​ຂະ​ແໜງ​ການ​ຕ່າງປະ​ເທດທົ່ວ​ປະ​ເທດຄັ້ງ​ທີ 27 ​ໄດ້​ຊາບ​ຊືບ. ບົນ​ພື້ນຖານ​ນັ້ນ, ຄະນະ​ພົວພັນ​ຕ່າງປະ​ເທດ​ສືບ​ຕໍ່​ຄົ້ນ​ຄ້ວາ​ພື້ນຖານ ​ແລະ ຄາດ​ຄະ​ເນ​ຍຸດທະ​ສາດ, ຄົ້ນ​ຄ້ວາ, ລວບ​ລວມ, ​ເລືອກ​ເຟັ້ນ​ລາຍງານ​ເພື່ອກົມ​ການ​ເມືອງ ​ແລະ ຄະນະ​ເລຂາສູນ​ກາງ​ພັກ ”

ທ່ານ​ເລຂາທິການ​ໃຫຍ່​ກໍ່​ຖື​ວ່າ, ຄະນະ​ພົວພັນ​ຕ່າງປະ​ເທດ​ຄວນ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ສະ​ຖາ​ບັນ​ຄົ້ນ​ຄ້ວາຢ່າງ​ແໜ້ນ​ແຟ້ນເພື່ອ​ຮັບ​ເອົາ ​ແລະ ກວດກາ​ຂໍ້​ມູນ​ຂ່າວ​ຢ່າງ​ແໜ້ນ​ແຟ້ນ, ຈາກ​ນັ້ນ​ຈະ​​ເປັນ​ເສນາ​ທິການ, ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເກີດ​​ໃໝ່​ຢ່າງ​ທັນ​ການ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟ໋ຈອງ ​ເຊື້ອ​ມັ້ນວ່າ ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ສູນ​ກາງ​ພັກຈະ​ສືບ​ຕໍ່​​ເຊີດ​ຊູມູນ​ເຊື້ອ 60 ກວ່າປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ​ເຕີບ​​ໃຫຍ່, ຍາມ​ໃດ​ກໍ່ຍຶດໝັ້ນ​ຄຸນ​ທາດດ້ານ​ການ​ເມືອງ, ສາມັກຄີ, ມີ​ຫົວຄິດ​ປະດິດ​ສ້າງ​, ເຮັດສຳ​ເລັດ​ໜ້າ​ທີ່ວຽກ​ງານ​ເຊິ່ງພັກ, ລັດ ​ແລະ ປຊຊ ​ມອບ​ໝາຍ​ໃຫ້.


ຂ່າວ/ບົດ​ອື່ນ