ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄປຖວາຍທູບທຽນຢູ່ພະລາດຊະວັງທັງລອງ

(VOVWORLD) -ຕອນເຊົ້າວັນທີ 13 ກຸມພານີ້, ກົງກັບວັນທີ 4 ບຸນເຕັດປີມະໂລງ 2024, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໄປຖວາຍທູບທຽນ ວັງກີ້ງທຽນ, ເຂດປູຊະນີຍະສະຖານ ພະລາດຊະວັງທັງລອງ ທີ່ ນະຄອນຫຼວງຮ່າໂນ້ຍ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄປຖວາຍທູບທຽນຢູ່ພະລາດຊະວັງທັງລອງ - ảnh 1

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຖວາຍທູບທຽນຢູ່ພະລາດຊະວັງທັງລອງ

      ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພ້ອມດ້ວຍຄະນະ ໄດ້ສະແດງຄວາມເຄົາລົບນັບຖື ຖວາຍທູບທຽນ ອາໄລຫາເຖິງດວງວິນຍານຂອງບັນພະບຸລຸດ ຜູ້ທີມີຄຸນງາມຄວາມດີ ໃນການສ້າງສາ ພັດທະນາປະເທດຊາດ ແລະ ພາວະນາໃຫ້ປະເທດຊາດມີສັນຕິພາບ , ປະຊາຊົນມີຄວາມອີ່ມສໜຳສຳລານ ແລະ ຜາສຸກ

 ເມື່ອໂອ້ລົມກັບພະນັກງານ, ພາລະກອນເຂດປູຊະນີຍະສະຖານ ພະລາດຊະວັງທັງລອງ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ: ນີ້ແມ່ນສະຖານທີ່ເປັນຂີດໝາຍປະຫວັດສາດທີ່ມີມານັບພັນປີ, ໄດ້ເຕົ້າໂຮມບັນດາສິ່ງທີ່ຍອດຍິ່ງດ້ານວັດທະນະທຳຂອງຊາດ, ເປັນແຫ່ງທີ່ບັນດາລາຊະວົງສືບທອດກັນສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເສີມສ້າງມູນເຊື້ອປະຫວັດສາດ ແລະ ອະລິຍະທຳທີ່ມີມາແຕ່ດົນນານຂອງປະເທດຊາດ ສືບທອດມາເຖິງຍຸກສະໄໝໂຮ່ຈີມິນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ປາດຖະໜາວ່າ ພະນັກງານ, ພາລະກອນແຕ່ລະຄົນຈົ່ງເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບສູງສຸດ, ປະກອບ ເຫື່ອແຮງຂອງຕົນເພື່ອຮັກສາຄຸນຄ່າອັນດີງາມຂອງຊາວຫວຽດນາມ ແລະ ຂອງທັງລອງ - ຮ່າໂນ້ຍ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າປະຫວັດສາດ, ວັດທະນະທຳຂອງເຂດສູນກາງ ພະລາດຊະວັງທັງລອງ ຊຶ່ງ ອົງການສຶກສາ, ວິທະຍາສາດແລະວັດທະນະທໍາຂອງສະຫະປະຊາຊາດ (UNESCO) ໄດ້ຮັບຮອງເປັນມໍລະດົກວັດທະນະທໍາໂລກ

ຕອບກັບ

ຂ່າວ/ບົດ​ອື່ນ