ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄປຢ້ຽມຢາມ, ອວຍພອນປີໃໝ່ຢູ່ແຂວງບິນດິງ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄປຢ້ຽມຢາມ, ອວຍພອນປີໃໝ່ຢູ່ແຂວງບິນດິງ - ảnh 1

ໃນ​ລະຫວ່າງ​ວັນ​ທີ 15 ຫາ 16/1, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ​ໄດ້​​ລົງໄປ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ​ແຂວງ ບິນ​ດິງ. ພ້ອມກັບ​ຄຳ​ອວຍພອນ​ປີ​ໃໝ່​ທີ່ຝາກ​​ເຖິງ​ພະນັກງານ, ສະມາ​ຊິກພັກ ​ແລະ ປະຊາຊົນ​ໃນ​ແຂວງ​, ທ່ານ​ເລຂາທິການ​ໃຫຍ່​ກໍ່​ເຊື່ອ​ໝັ້ນ​ວ່າ: ບິນ​ດິງຈະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ ກວາງ​ຈູງ - ຫງວຽນ​ເຮ້ວ, ສ້າງ​ທ້ອງ​ຖີ່​ນນັບ​ມື້​ນັບ​ສວຍ​ສົດ​ງົດ​ງາມ ​ແລະ ອຸດົມ​ຮັ່ງມີ. ທ່ານ​ເລາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ໄດ້​ລົງ​ບັນດາ​ຕາ​ແສງ​ຢູ່​ເມືອງ ​ເຊີນ​ໄຕ ​ແລະ ​ເທດສະບານ ອານ​ເຍີນ, ຢື້​ຢາມ​ຖາມ​ຂ່າວ​ກ່ຽວ​ກັບ​ການ​ກະກຽມ​ບຸນ​ເຕັດ​ຂອງ​ພໍ່​ແມ່ນ ປະຊາຊົນ, ກ່ຽວ​ກັບ​ບັນດາ​ຜົນງານ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ທີ່​ບັນລຸ​ໄດ້​ໃນ​ປີ​ 2011. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ຍັງ​ລົງ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ຕາ​ແສງ ​ເຍີນ​ລົກ, ​ເທດສະບານ ອານ​ເຍີນ, ​ເຊິ່ງ​ແມ່ນ 1 ​ໃນ 4 ຕາ​ແສງຈຸດ​ສຸມ​ຂອງ​ແຂວງ ກ່ຽວ​ກັບ​ການ​ສ້າງ​ຊົນນະບົດ​ໃໝ່. ນີ້​ກໍແມ່ນຕາ​ແສງ​ມີ​ອາຊີບ​ຫັດ​ທະ​ກຳ​ຫຼາຍ​ຢ່າງ, ສາມາດສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ທ້ອງ​ຖີ່​ນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ​ເວົ້າ​ວ່າ:

“ຫວັງ​ວ່າ, ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ມູນ​ເຊື້ອ​ເປັນຕາ​ແສງ​ວິລະ​ຊົນ, ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ເຊິ່ງອົງຄະ​ນະ​ພັກ​ຕາ​ແສງ​ບັນ​ລຸ​ໄດ້​ໃນ​​ໄລຍະ​ຜ່ານ​ມາ, ມານະ​ພະຍາຍາມ​ສາມັກຄີ, ສູ້​ຊົນ​ເພື່ອ​ສ້າງ​ຕາ​​ແສງ​ໃຫ້​ນັບ​ມື້​ນັບ​ພັດທະນາ​​ແຂງ​ແຮງ​ກ່ວາ​ອີກ, ນັບ​ທັງ​ກ່ຽວ​ກັບ​ເສດຖະກິດ, ວັດທະນະທຳ, ສັງຄົມ, ​ຮັກສາ​ສະຖຽນ​ລະ​ພາບ​ທາງດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງ​ຄົມ, ຜູກພັນ​ກັບ​ປະຊາຊົນ, ບໍ່​ອາດຍາ​ສິດ, ສໍ້​ລາດ​ບັງ​ຫຼວງ, ສຸມ​ໃສ່​ກໍ່ສ້າງ​ຊົນນະບົດ​ໃໝ່. ນັ້ນ​ແມ່ນ​ຈຸດ​ໃຈກາງ​ເພື່ອ​​ໃຫ້ພວກ​ເຮົາ​ພັດທະນາ. ກ່ອນ​ອື່ນ​ໝົດ​ແມ່ນ​​ເອົາ​ໃຈ​ໃສ່​ເຖິງ​ການ​ຕ້ອນຮັບບຸນ​ເຕັດ​ໃຫ້​ແກ່​ປະຊາຊົນ​”

ແລະ​ກໍ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ຢູ່​ຫໍ​ປະຊຸມ​ຄະນະ​ພັກ​ແຂວງ, ທ່ານ​ເລຂາທິການ​ໃຫຍ່​ໄດ້​ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ໃນທົ່ວ​ແຂວງ ບິ່ງ​ດິ້ງ ຕ້ອ​ນຣັບບຸນປີ​ໃໝ່​ດ້ວຍ​ຄວາມ​ມ່ວນ​ຊື່ນ​ໃໝ່, ບັນຍາກາດ​ໃໝ່, ມີ​ສຸຂະ​ພາບ, ​ເຂັ້ມ​ແຂງ, ປະສົບ​ຜົນສຳ​ເລັດ​ໜ້າ​ທີ່​ການ​ງານ. ທ່ານ​ເລຂາທິການ​ໃຫຍ່​ປາດ​ຖະໜາ​ວ່າ​ ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ, ທ້ອງ​ຖີ່​ນ ​ແລະ ຮາກ​ຖານ​ແຕ່ລະ​ແຫ່ງ​ຕ້ອງ​ມານະ​ພະຍາຍາມ, ສູ້​ຊົນ​ນັບແຕ່​ຊຸມ​ວັນຕົ້ນ​ປີ 2012, ປະກອບສ່ວນ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ຢ່າງ​ມີ​ໄຊ.

ເນື່ອງ​ໃນ​ໂອກາດ​ລົງ​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ຢູ່​ແຂວງ ບິ່ງ​ດິ້ງ, ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ໄປ​ຢ້ຽມຢາມ​ຫໍພິພິດທະ​ພັນ ກວາງ​ຈູງ ຢູ່​ເມືອງ ​​​​ໃຕ້​ເຊືນ, ວາງ​ພວງມາລາ​ຢູ່ອານຸສາ​ວະລີ​​ເຈົ້າ​ຊີວິດ ກວາງ​ຈູງ, ຖະຫວາຍດອກ​ໄມ້ທູບ​ທຽນບູຊາ​ຢູ່​ຫໍ​ບູຊາ ​ໃຕ້​ເຊີນ, ອາ​ໄລ​ຫາ​ເຖິງ 3 ອ້າ​ຍນ້ອງ​ທີ່​ເປັນ​ວິລະ​ຊົນ​​ແຫ່ງ​ຊາດ​ໄດ້​ມີ​ຄຸນ​ງານ​ຄວາມດີ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ເສລີພາບ, ​ເຕົ້າ​ໂຮມ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ