ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງຕ້ອນຮັບທ່ານຈາງເຈຍເຢ້ວ ກຳມະການລັດຖະບານຈີນ
ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງຕ້ອນຮັບທ່ານຈາງເຈຍເຢ້ວ ກຳມະການລັດຖະບານຈີນ |
(vovworld)- ຕອນບ່າຍວັນທີ 27/6, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງໄດ້ໃຫ້ການຕ້ອນຮັບທ່ານຈາງເຈຍເຢ້ວ ກຳມະການໃນຄະນະລັດຖະບານຈີນ ຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຢືນຢັນວ່າ ພັກ ແລະ ລັດຫວຽດນາມ ຍາມໃດກໍຖືເປັນສຳຄັນການຮັກສາສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດກັບຈີນ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ສະເໜີ 2 ຝ່າຍພ້ອມກັນມານະພະຍາຍາມເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ ແລະ ຍົກສູງປະສິດທິຜົນການຮ່ວມມືທີີ່ແທດຈິງໃນທຸກໆຂົງເຂດ, ຍູ້ແຮງການພົວພັນແລກປ່ຽນປະຊາຊົນ, ແກ້ໄຂບັນຫາທະເລຕາເວັນອອກເທົ່າທີຄວນ ສອດຄ່ອງກັບກົດໝາຍສາກົນ ແລະ ຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ, ກ້າວໄປເຖິງບັນລຸຫຼັກການ ກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ COC ໂດຍໄວ.
ສ່ວນທ່ານຈາງເຈຍເຢ້ວ ກຳມະການໃນຄະນະລັດຖະບານຈີນ ຢືນຢັນວ່າ ພັກ, ລັດຈີນ ຖືເປັນສຳຄັນທີ່ສຸດການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ. ຈີນຕັດສິນໃຈພ້ອມກັບຫວຽດນາມຜັນຂະຫຍາຍປະສິດທິຜົນບັນດາຂໍ້ຕົກລົງທີ່ບັນລຸມາໄດ້ລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດ, ປະກອບສ່ວນນຳການພົວພັນມິດຕະພາບ ແລະ ການຮ່ວມມືຫວຽດນາມ-ຈີນພັດທະນາຢ່າງດີງາມ ແລະ ໝັ້ນຄົງ.