ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງຕ້ອນຮັບປະທານສະພາແຫ່ງຊາດ ສເກົາຫຼີ Chung Ui – wha

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງຕ້ອນຮັບປະທານສະພາແຫ່ງຊາດ ສເກົາຫຼີ Chung Ui – wha - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
(ພາບປະກອບ)

(vovworld) - ທີ່​ການ​ຕ້ອນຮັບປະທານ​ສະພາ​ແຫ່ງ​ຊາດ ສ​ເກົາຫຼີ Chung Ui – wha​ ໃນ​​ວັນ​ທີ 18/3, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ເນັ້ນ​ໜັກ​ວ່າ, ຫວຽດນາມ ​ແລະ ສ​ເກົາຫຼີ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສຳຄັນ. ປະຈຸ​ບັນ ສ​ເກົາຫຼີ ​ແມ່ນ​ນັກ​ລົງທຶນ​ໃຫຍ່​ກວ່າ​ໝູ່​ຢູ່​ຫວຽດນາມ, ທັງ​ແມ່ນ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ກ່ຽວ​ກັບ​ການ​ຄ້າ ​ແລະ ການ​ຮ່ວມ​ມື ODA ຂອງ​ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ່​ຕີ​ລາຄາ​ສູງ​ເລື່ອງ​ສອງ​ປະ​ເທດ​ຫວຽດນາມ - ສ​ເກົາຫຼີ ​ໄດ້​ປະກາດສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສ​ເກົາຫຼີ ຢ່າງ​ເປັນ​ທາງ​ການ, ສ້າງ​ເງື່ອນ​​ເພື່ອ​ໃຫ້​ສອງ​ຝ່າຍ​ບັນລຸ​ວົງ​ເງິນການ​ຄ້າ 70 ຕື້ USD ​ໃນ​ປີ 2020. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​​ເພື່ອໃຫ້​ບັນດາ​ວິ​ສາ​ຫະ​ກິດ ສ​ເກົາຫຼີ​ ລົງທຶນ​ຢູ່​ຫວຽດນາມ, ​ເນັ້ນ​ໜັກ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ໃນ​ການ​ແບ່ງປັນ​ບົດຮຽນ​ດ້ານ​ນິຕິບັນ​ຍັດ ​ແລະ ຕິດຕາມ​ກວດກາ​ເລື່ອງ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ສອງ​ປະ​ເທດ.

 ສ່ວນ​ທ່ານ ປະທານ​ສະພາ​ແຫ່ງ​ຊາດ ສ​ເກົາຫຼີ Chung Ui – wha​ ກໍ່​ຢືນຢັນ​ວ່າ​ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ປະຊາຊົນ ສ​ເກົາຫຼີ ຖື​ເປັນ​ສຳຄັນ​ແລະ ​​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ການ​ພົວພັນກັບຫວຽດນາມ, ຫວັງ​ວ່າ​ຈະ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເລິກ​ເຊິ່ງຂຶ້ນ​ຕື່ມ, ​ແລະ ພັດທະນາ​ຢ່າງ​ຈົບງາມ, ຮ້ອບດ້ານ​ໃນ​ທຸກ​ຂົງ​ເຂດ. ປະທານ​ສະພາ​ແຫ່ງ​ຊາດ ສ​ເກົາຫຼີ Chung Ui – wha​ ​ໃຫ້​ຮູ້​ຈະ​ສືບ​ຕໍ່​ມານະ​ພະຍາຍາມ ​ແລະ ມີ​ການ​ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ