ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງເຮັດວຽກ ກັບຄະນະພັກຕຳຫຼວດ ສູນກາງ

ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງເຮັດວຽກ ກັບຄະນະພັກຕຳຫຼວດ ສູນກາງ - ảnh 1

(ພາບປະກອບ)

(vovworld)-  ຕອນ​ເຊົ້າວັນ​ທີ 19/8, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ​ ​ໄດ້​ໄປ​ຢ້ຽມຢາມ ​ແລະ ເຮັດ​ວຽກກັບ​ຄະນະ​ພັກ​ຕຳຫຼວດສູນ​ກາງ ​ແລະ ພະນັກງານ​ຫຼັກ​ແຫຼ່ງຂອງ​ກະຊວງ​ຕຳຫຼວດ​ຫວຽດນາມ ກ່ຽວ​ກັບ​ສະພາບ​ການ, ໝາກຜົນ​ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ​ນັບ​ແຕ່​ຫຼັງ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ຂອງ​ພັກ​ມາ​ຮອດ​ປະຈຸ​ບັນ ​ແລະ ໜ້າທີ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ​ ​​ໄດ້​ວິ​ເຄາະ​ບັນດາ​ສິ່ງ​ທ້າ​ທາຍ​ພວມ​ວາງ​ອອກ​ໃຫ້​ແກ່​ວຽກ​ງານ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປ້ອງ​ກັນຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ ​ແລະ ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ-​ສັງຄົມ ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ ​ແລະ ​ເງື່ອ​ນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ ບົນ​ເວທີ​ສາກົນ.

ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ປຊຊ ຕອງ​ຊາບ​ຊືມ, ໝູນ​ໃຊ້​ຢ່າງ​ຖືກຕ້ອງ​ບັນດາ​ທັດສະນະ, ​ແນວ​ຄິດ​ຊີ້​ນຳ​ຂອງພັກ ກ່ຽວ​ກັບ​ວຽກ​ງານປ້ອງ​ກັນຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ຕັດສິນ​ໃຈ​ເຮັດ​ໃຫ້​ບັນດາ​ກົນ​ອຸ​ບາຍ, ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອິດ​ທິກຳ​ລັງ​ເປັນ​ປໍ​ລະ​ປັກ ​ແລະ ບັນດາ​ປະ​ເພດ​ອາດຊະຍາ​ກຳ​ລະ​ເມີດ​ຄວາມ​ສະຫງົ​ບປອດ​ໄພ​ແຫ່ງ​ຊາດ​ໃຫ້​ປະລາ​ໄຊ​ໄປ, ປັດເຂ່ຍ​ບັນດາ​ປັດ​ໄຈ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ການ​ເມືອງ-​ສັງຄົມ. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ສຸມ​ໃສ່​ໃຫ້​ແກ່​ຈຸດໝາຍ, ໜ້າ​ທີ່​ຈຸດ​ສຸມ​ແມ່ນ​ຮັກສາຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ​ໃຫ້ໝັ້ນຄົງ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ບໍ່​ໃຫ້​ເກີດ​ການ​ກໍ່​ການ​ຮ້າຍ, ຕ້ານ​ທຳລາຍ, ຈະລາຈົນ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ພາຍ​ໃນ, ​ແກ້​ໄຂ​ຢ່າງ​ທັນ​ການ, ມີ​ປະສິດທິ​ຜົນ​ບັນດາ​ຄວາມ​ສັບສົນ​ເກີດ​ຂຶ້ນ, ປົກ​ປ້ອງ​ບັນດາ​​ຈຸດໝາຍສຳຄັນ ​ແລະ ບັນດາ​ເຫດການ​ສຳຄັນ​ຂອງ​ປະ​ເທດ​ຊາດ“.

ຂ່າວ/ບົດ​ອື່ນ