ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ຂ​າ​ຟຽວ, ເພື່ອນ​ຍິ່ງ​ໃຫຍ່​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ

(VOVWORLD) -  ທ່ານເລຂາທິການໃຫຍ່ ເລຂາຟຽວ ແມ່ນເພື່ອນສະໜິດຕິດພັນ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການປະຕິວັດລາວ ແລະ ສະໜາມຮົບລາວ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ຂ​າ​ຟຽວ, ເພື່ອນ​ຍິ່ງ​ໃຫຍ່​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ - ảnh 1ທ່ານ ອະດີດເລຂາທິການໃຫຍ່ລາວ ຈູມມະລີ ໄຊຍະສອນໃຫ້ການສຳພາດຕໍ່ ນັກຂ່າວ VOV ປະຈຳລາວ

ນັບແຕ່ເມື່ອເປັນພົນທະຫານໃນກອງທັບຈົນເຖິງເມື່ອກາຍເປັນຜູ້ນຳສູງສຸດຂອງພັກກອມມູນິດຫວຽດນາມ, ຍາມໃດທ່ານກໍ່ເອົາໃຈໃສ່ເຖິງການຮັກສາສາຍພົວພັນທີ່ສະໜິດແໜ້ນກັບການນຳພັກ - ລັດ ລາວ, ສືບທອດ ແລະ ເພີ່ມພູນຄູນສ້າງສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ທ່ານໄດ້ສ້າງຫຼາຍຄວາມປະທັບໃຈທີ່ດີງາມຕໍ່ປະເທດຊາດ ແລະ ປະຊາຊົນລາວ. ນັ້ນແມ່ນການຕີລາຄາຕໍ່ກັບນັກຂ່າວ VOV ປະຈຳລາວຂອງ ທ່ານ ອະດີດເລຂາທິການໃຫຍ່ລາວ ຈູມມະລີ ໄຊຍະສອນ. ທ່ານກ່າວວ່າ:

  ຕາມທ່ານ ຈູມມະລີ ໄຊຍະສອນ ແລ້ວ, ທ່ານ ເລຂາທິການໃຫຍ່ ເລຂາຟຽວ ມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າການປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄືແບບພິເສດ ລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ. ທ່ານໃຫ້ຮູ້ຕື່ມອີກວ່າ

  ທ່ານ ຈູມມາລີ ໄຊຍະສອນ ໄດ້ສະແດງຄວາມໂສກເສົ້າເສຍດາຍເມື່ອໄດ້ຮັບຂ່າວກ່ຽວກັບການຈາກໄປຂອງທ່ານເລຂາທິການໃຫຍ່ ເລຂາຟຽວ. ທ່ານກໍ່ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການນຳພັກ, ລັດ, ປະຊາຊົນ ແລະ ຄອບຄົວຂອງທ່ານ, ຜູ້ທີ່ປົກປັກຮັກສາສາຍພົວພັນທີ່ເປັນມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ເປັນແບບຢ່າງຂອງ ລາວ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ