(VOVWORLD) -ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການພົບປະກັບພະນັກງານ ຕຳຫຼວດທີ່ລຳລຽງສະໜາມຮົບພາກໃຕ້
ທ່ານເລຂາທິການໃຫຍ່ ໂຕເລີມ ກ່າວຄຳເຫັນທີ່ການພົບປະ |
ຕອນບ່າຍວັນທີ 8 ເມສານີ້, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການພົບປະກັບພະນັກງານ ຕຳຫຼວດທີ່ລຳລຽງສະໜາມຮົບພາກໃຕ້ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນ ປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດ ເປັນເອກະພາບ (30 ເມສາ 1975 – 30 ເມສາ 2025).
ກ່າວຄຳເຫັນທີ່ການພົບປະ ທ່ານເລຂາທິການໃຫຍ່ ໂຕເລີມ ເນັ້ນໜັກວ່າ, ພັກກອມມູນິດຫວຽດນາມ ບໍ່ມີຜົນປະໂຫຍດໃດນອກເໜືອຈາກຜົນປະໂຫຍດຂອງປະຊາຊົນ; ປະຊາຊົນເປັນໃຈກາງ ແລະ ເປັນເຈົ້າກຳໃນທຸກແຜນນະໂຍບາຍ, ແນວທາງຂອງພັກ... ສະນັ້ນ, ໃນໄລຍະຈະມາເຖິງ, ພັກ ແລະ ລັດຈະ ສຸມໃສ່ບັນດາວິທີການແກ້ໄຂເບິ່ງແຍງດູແລ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ໂດຍ ສະເພາະແມ່ນປະຊາຊົນບັນດາເຜົ່າຢູ່ເຂດ ຫ່າງໄກ ສອກຫຼີກ, ເຂດຊາຍແດນ, ທະເລໝູ່ເກາະ, ເຂດຖານ ທີ່ໝັ້ນຕໍ່ຕ້ານເກົ່າ, ເຂດຍຸດທະສາດ, ເຂດທີ່ມີຜູ້ ນັບຖືສາສະໜາຢ່າງຫຼວງຫຼາຍ.