ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ວຽກ​ງານ “ຕອບ​ບຸນ​ແທນ​ຄຸນ” ຍາມ​ໃດ​ກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ການ​ເມືອງ​ສຳ​ຄັນ​ແຖວ​ໜ້າ

(VOVWORLD) - ພັກ, ລັດ ຍາມໃດກໍຖືວຽກງານ “ຕອບບຸນແທນຄຸນ” ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງທີ່ມີຄວາມສຳຄັນແຖວໜ້າ, ລະບົບນະໂຍບາຍກົດໝາຍບຸລິມະສິດຜູ້ມີຄຸນງາມຄວາມດີໄດ້ຮັບການປັບປຸງໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ, ນັບມື້ນັບຄົບຊຸດ ແລະ ມີວັດທະນະທຳມະນຸດ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ວຽກ​ງານ “ຕອບ​ບຸນ​ແທນ​ຄຸນ” ຍາມ​ໃດ​ກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ການ​ເມືອງ​ສຳ​ຄັນ​ແຖວ​ໜ້າ - ảnh 1ທ່ານເລຂາທິການໃຫຍ່ ໂຕເລິມ ຖ່າຍຮູບພ້ອມກັບຜູ້ຕາງໜ້ານັກຮົບເກົ່າ, ອະດີດຊາວໜຸ່ມຕະລຸມບອນ, ທະຫານລາດປ້ອງກັນຕົວ(ພາບ: VOV)

ເມື່ອເຂົ້າຮ່ວມ ແລະ ເປັນປະທານການພົບປະກັບຜູ້ຕາງໜ້ານັກຮົບເກົ່າ, ອະດີດຊາວໜຸ່ມຕະລຸມບອນ, ທະຫານລາດປ້ອງກັນຕົວຈຳນວນຫຼາຍທີ່ເຂົ້າຮ່ວມການຕໍ່ຕ້ານຍາດເອົາເອກະລາດຊົນຊາດ ທີ່ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ໃນຕອນເຊົ້າວັນທີ 09 ເມສາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ໄຊຊະນະລະດູບານໃໝ່ປີ 1975 ບໍ່ພຽງແຕ່ມີຄວາມໝາຍປະຫວັດສາດສຳລັບຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງມີຂອບຂະໜາດແຫ່ງຍຸກສະໄໝ, ລະດົມກຳລັງໃຈດຳເນີນຂະບວນການຕໍ່ສູ້ປົດປ່ອຍຊາດໃນທົ່ວໂລກຢ່າງແຮງ. ທ່ານກ່າວວ່າ:

“ຊາວ ຫວຽດນາມ ລຸ້ນຕ່າງໆໃນທຸກວັນນີ້ ແລະ ພາຍພາກໜ້າ ຍາມໃດກໍຈົດຈຳການເສຍສະຫຼະອັນຍິ່ງໃຫຍ່ຂອງບຸກຄົນທີ່ໄດ້ອຸທິດທັງເລືອດເນື້ອເຫື່ອແຮງ, ຊີວິດຂອງຕົນເພື່ອການຄົງຕົວ ແລະ ການພັດທະນາຂອງຊາດ. ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດເມື່ອໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຢ່າງໃຫຍ່ຫຼວງຂອງປະຊາຊົນ, ກຳລັງປະກອບອາວຸດຂອງບັນດາພະຍານຫຼັກຖານປະຫວັດສາດທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປະຕິວັດຂອງພັກໃນຂະບວນວິວັດທ້ອນໂຮມປະເທດຊາດເປັນເອກະພາບ”.

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍຖືວຽກງານ “ຕອບບຸນແທນຄຸນ” ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງທີ່ມີຄວາມສຳຄັນແຖວໜ້າ, ລະບົບນະໂຍບາຍກົດໝາຍບຸລິມະສິດຜູ້ມີຄຸນງາມຄວາມດີໄດ້ຮັບການປັບປຸງໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ, ນັບມື້ນັບຄົບຊຸດ ແລະ ມີວັດທະນະທຳມະນຸດ.

ວັນຫຽວ

ຕອບກັບ

ຂ່າວ/ບົດ​ອື່ນ