ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຮັດ​ວຽກ​ກັບ​ອົງ​ການກວດ​ກາ ລັດ​ຖະ​ບານ

(VOVWORLD) - ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າໃນໄລຍະຈະມາເຖິງ, ພັກ, ລັດ ຈະຜັນຂະຫຍາຍຫຼາຍແຜນນະໂຍບາຍ, ນະໂຍບາຍຊີ້ຂາດໃຫຍ່, ຍຸດທະສາດທີ່ມີລັກສະນະປະຕິວັດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ປະເທດພັດທະນາ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຮັດ​ວຽກ​ກັບ​ອົງ​ການກວດ​ກາ ລັດ​ຖະ​ບານ - ảnh 1ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດວຽກກັບອົງການກວດກາ ລັດຖະບານ (ພາບ: thanhtra.com.vn)

ຕອນບ່າຍວັນທີ 17 ມີນາ, ຢູ່ສຳນັກງານສູນກາງພັກ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບອົງການກວດກາ ລັດຖະບານ. ໂດຍຮັບຮູ້ບັນດາຄວາມມານະພະຍາຍາມຂອງອົງການກວດກາລັດຖະບານ ແລະ ທົ່ວຂະແໜງໃນການປະຕິບັດວຽກງານຕ້ອນຮັບປະຊາຊົນ, ແກ້ໄຂໃບຮ້ອງທຸກຮ້ອງຟ້ອງ ໃນໄລຍະຜ່ານມາ, ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າໃນໄລຍະຈະມາເຖິງ, ພັກ, ລັດ ຈະຜັນຂະຫຍາຍຫຼາຍແຜນນະໂຍບາຍ, ນະໂຍບາຍຊີ້ຂາດໃຫຍ່, ຍຸດທະສາດທີ່ມີລັກສະນະປະຕິວັດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ປະເທດພັດທະນາ, ດັ່ງນັ້ນ, ວຽກງານແກ້ໄຂການຮ້ອງທຸກຮ້ອງຟ້ອງ ຕ້ອງໄດ້ຮັບຄວາມເອົາໃຈໃສ່ຫຼາຍກ່ວາອີກ. ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງຂະແໜງກວດກາສົມທົບກັບບັນດາອົງການທີ່ມີໜ້າທີ່ຕໍ່ສູ້, ປັບໄມລົງໂທດບັນດາເປົ້າໝາຍສວຍໃຊ້ການຮ້ອງທຸກຮ້ອງຟ້ອງເພື່ອກໍ່ຄວາມຫວຸ້ນວາຍ, ທຳລາຍຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງເຂັ້ມງວດ, ຕໍ່ສູ້ຕ້ານກົນອຸບາຍຂອງບັນດາກຳລັງປໍລະປັກ, ປະຕິການ, ການສວຍໃຊ້ ການຮ້ອງທຸກຮ້ອງຟ້ອງ ເພື່ອຕ້ານພັກ, ລັດ ຢ່າງມີປະສິດທິຜົນ.     

ຕອບກັບ

ຂ່າວ/ບົດ​ອື່ນ