ເລຂາທິການໃຫຍ່ ໂຕເລີມ ສະເໜີບັນດາວິສາຫະກິດ ອາເມລິກາ ສືບຕໍ່ເພີ່ມທະວີ ການລົງທຶນຢູ່ ຫວຽດນາມ.

(VOVWORLD) -ຕອນບ່າຍວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມໂຕເລີມ ໄດ້ໃຫ້ການ ຕ້ອນຮັບຄະນະຜູ້ແທນສະພາທຸລະກິດອາເມລິກາ - ອາຊຽນ (USABC) ນຳໂດຍທ່ານ Ted Osius, ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ປະທານທັງເປັນຜູ້ອຳນວຍການໃຫຍ່ USABC.
ເລຂາທິການໃຫຍ່ ໂຕເລີມ ສະເໜີບັນດາວິສາຫະກິດ ອາເມລິກາ ສືບຕໍ່ເພີ່ມທະວີ  ການລົງທຶນຢູ່ ຫວຽດນາມ. - ảnh 1ທ່ານເລຂາທິການໃຫຍ່ ໂຕເລີມ ໃຫ້ການ ຕ້ອນຮັບຄະນະຜູ້ແທນສະພາທຸລະກິດອາເມລິກາ - ອາຊຽນ (USABC) ນຳໂດຍທ່ານ Ted Osius ປະທານທັງເປັນຜູ້ອຳນວຍການໃຫຍ່ USABC

     ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລີມ ຢືນຢັນວ່າ ຫວຽດນາມ ຖື ອາເມລິກາ ແມ່ນຄູ່ຮ່ວມມື ຍຸດທະສາດ, ໃນນັ້ນ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ ແລະ ເຕັກໂນໂລຊີ ສືບຕໍ່ແມ່ນພື້ນຖານ ແລະ ເປັນ ກຳລັງໜູນຊຸກຍູ້ການພົວພັນສອງຝ່າຍ; ປາດຖະໜາຢາກສືບຕໍ່ປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອາເມລິກາຢ່າງຕັ້ງໜ້າ ແລະ ເລິກເຊິ່ງກ່ວາອີກ, ໃນນັ້ນມີການສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ. ທ່ານ ເລຂາທິການໃຫຍ່ສະເໜີ USABC ຈົ່ງຮ່ວມເດີນທາງພ້ອມກັບ ບັນດາປະເທດສະມາຊິກອາຊຽນ ເພື່ອຊຸກຍູ້ຄວາມສາມັກຄີ, ການຮ່ວມມື, ພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງອາຊຽນ, ຊຶ່ງເປັນ ຕະຫຼາດໃຫຍ່ທີ່ມີທ່າແຮງບົ່ມຊ່ອນອັນໃຫຍ່ຫຼວງ ແລະ ຍັງເປັນກາລະໂອກາດໃຫ້ແກ່ວິສາຫະກິດ ຂອງບັນດາປະເທດ, ໃນນັ້ນມີອາເມລິກາ.

  ສ່ວນທ່ານ Ted Osius ແລະ ຜູ້ຕາງໜ້າບັນດາວິສາຫະກິດ ອາເມລິກາ ເນັ້ນໜັກວ່າ: ສືບຕໍ່ມານະພະຍາຍາມປະກອບສ່ວນພັດທະນາການພົວພັນ ຫວຽດນາມ - ອາເມລິກາ; ຢືນຢັນຈະສືບຕໍ່ສະໜັບສະໜູນ ແລະ ຮ່ວມເດີນທາງພ້ອມກັບຫວຽດນາມ ເພື່ອບັນລຸບັນດາເປົ້າໝາຍພັດທະນາໃນໄລຍະໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ