ທ່ານເລຂາທິການໃຫຍ່ ສປຊ Ban Ki Moon
(vovworld) – ໃນສານເນື່ອງໃນໂອກາດວັນຄອບຄົວສາກົນ (15/5), ທ່ານເລຂາທິການໃຫຍ່ ສປຊ Ban Ki Moon ຮຽກຮ້ອງໃຫ້ລັດຖະບານບັນດາປະເທດຕັດສິນໃຈເຄື່ອນໄຫວເພື່ອການພັດທະນາແບບຍືນຍົງດ້ວຍວິທີສ້າງເງື່ອນໄຂໃຫ້ແກ່ສະມາຊິກໃນຄອບຄົວແຕ່ລະຄົນ, ບໍ່ວ່າໃນເກນອາຍຸໃດ, ກໍ່ອາດຮັບຮູ້: ຄວາມສາມາດບົ່ມຊ້ອນຂອງຕົນເອງໄດ້ ແລະ ສວມບົດບາດໃດໜຶ່ງໃນໂລກ. ທ່ານເລຂາທິການໃຫຍ່ Ban Ki Moon ຮຽກຮ້ອງໃຫ້ບັນດາລັດຖະບານ, ບັນດາວິສາຫະກິດ, ບັນດາອົງການ ແລະ ບັນດາຄູ່ຮ່ວມມືອື່ນ ພ້ອມກັນເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງຄອບຄົວ, ວາງອອກບັນດານະໂຍບາຍ ແລະ ກົດໝາຍເພື່ອສ້າງສະພາບແວດລ້ອມຂອງຄອບຄົວໃຫ້ມີຜົນປະໂຫຍດຕໍ່ການພັດທະນາ ແລະ ສ້າງເງື່ອນໄຂໃຫ້ຜູ້ເປັນພໍ່ແມ່ປະຕິບັດຄວາມຮັບຜິດຊອບໃນການລ້ຽງດູ ແລະ ສິດສອນລູກເຕົ້າຂອງຕົນ.